ເກີດເຫດຖັງອົກຊີລະເບີດໃນເຂດກໍ່ສ້າງເຂື່ອນນໍ້າງຽບ 1 ມີກໍາມະກອນເສຍຊີວິດ 6 ຄົນ

ຕາມການລາຍງານຂອງເວັບໄຊສໍານັກຂ່າວເອເອຟພີປະຈໍານະຄອນຫລວງຮ່າໂນ້ຍ ສສ.ຫວຽດນາມ ໃຫ້ຮູ້ວ່າ: ເວລາປະມານ 22:00 ໂມງຂອງວັນທີ 28 ກໍລະກົດຜ່ານມານີ້, ໄດ້ເກີດເຫດຖັງອົກຊີລະເບີດຢ່າງແຮງຢູ່ໃນເຂດກໍ່ສ້າງ ເຮືອນຈັກຂອງໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າງຽບ 1 ທີ່ບ້ານຫາດຍືນເມືອງບໍລິຄັນແຂວງບໍລິຄໍາໄຊ, ເຮັດໃຫ້ກໍາມະກອນເປັນຊາວຫວຽດນາມ 6 ຄົນເສຍຊີວິດ ຄື: ທ້າວ ເຈີນ ວັນຊາງ (TRAN…

ຕໍາຫລວດແຂວງຫລວງນໍ້າທາຈັບເຄືອຂ່າຍຄ້າຢາເສບຕິດອັນຕະລາຍມາດໍາເນີນຄະດີ

ເຈົ້າໜ້າທີ່ ປກສ ແຂວງຫລວງນໍ້າທາ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ກໍາລັງເຈົ້າໜ້າທີ່ຕົນສາມາດຈັບເຄືອຂ່າຍຄ້າຢາເສບຕິດຕົວອັນຕະລາຍມາດໍາເນີນຄະດີຕາມລະບຽບກົດໝາຍຄື: ທ້າວ ລໍຈາ ອາຍຸ 22 ປີຢູ່ບ້ານຈາພະ, ເມືອງຊຽງລາບ, ແຂວງທ່າຂີ້ເຫລັກປະເທດມຽນມາ, ທ້າວ ຢາແຫລະ ອາຍຸ 20 ປີ ແລະ ທ້າວ…

ລະດັບ​ນ້ຳ​ຢູ່​ຫລາຍ​ທ້ອງ​ຖິ່ນ​​ເລີ່ມຫລຸດລົງ   

ອາທິດຜ່ານມານີ້, ຢູ່ຫລາຍທ້ອງຖິ່ນ, ໂດຍສະເພາະຢູ່ເຂດພາກໃຕ້ ໄດ້ເກີດມີສະພາບນ້ຳຖ້ວມຢ່າງໜັກໜ່ວງ, ເຮັດໃຫ້ເຮືອນຊານບ້ານຊ່ອງ, ເນື້ອທີ່ທຳການຜະລິດລວມໄປເຖິງຖະໜົນຫົນທາງຖືກຕັດຂາດ ແລະ ເສຍຫາຍເປັນຈຳນວນຫລວງຫລາຍ ແລະ ມາຮອດວັນທີ 31 ກໍລະກົດນີ້, ລະດັບນ້ຳຂອງ ແລະ ແມ່ນໍ້າສາຂາບົກແຫ້ງລົງຕາມລຳດັບ, ຈາກ​ການ​ພະຍາກອນລະດັບ​ນ້ຳຂອງ ​ແລະ ນ້ຳ​ໄຫລ​ເຂົ້າ​ອ່າງ​ນ້ຳ​ງື່ມ​ໃນ​ວັນ​ທີ 1-2 ສິງຫານີ້,…

ບໍລິສັດ LTH ເປີດຕົວຫ້ອງຂາຍເຄື່ອງໄຟຟ້າ ແລະ ໂທລະສັບມືຖື ທີ່ ນະຄອນຫລວງວຽງຈັນ.

ພິທີເປີດຫ້ອງຂາຍ ໂທລະສັບມືຖື ແລະ ເຄື່ອງໄຟຟ້າ ຂອງບໍລິສັດ LTH ໄດ້ມີຂຶ້ນໃນວັນທີ 30 ກໍລະກົດ ນີ້, ຢູ່ ບ້ານຝາຍ ເມືອງ ໄຊເສດຖາ ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ປະທານບໍລິສັດ LTH, ມີບັນດາບໍລິສັດມືຖື ແລະ…

ລັດຖະມົນຕີກະຊວງການເງິນສຳເລັດການຢ້ຽມຢາມລາຊະອານາຈັກກຳປູເຈຍ

ໃນລະຫວ່າງວັນ 26-29 ກໍລະກົດຜ່ານມານີ້, ທ່ານ ສົມດີ ດວງດີ ຮອງນາຍົກລດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ນຳພາຄະນະຜູ້ແທນຂອງລາວ, ເຊິ່ງປະກອບດ້ວຍກົມນະໂຍບາຍການເງິນ ແລະ ນິຕິກຳ, ກົມສ່ວຍສາອາກອນ, ກົມງົບປະມານ, ກົມພາສີ  ແລະ ບັນດາກົມກ່ຽວຂ້ອງກະຊວງການເງິນໄດ້ໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ທີ່ນະຄອນຫລວງພະນົມເປັນລາຊະອານາຈັກກຳປູເຈຍ. ໃນໄລຍະການເຄື່ອນໄຫວຢ້ຽມຢາມ,…

ປະທານສະພາເນັ້ນຕ້ອງຊົດເຊີຍໃຫ້ຜູ້ໄດ້ຮັບຜົນກະທົບຈາກໂຄງການທາງລົດໄຟຢ່າງຍຸຕິທໍາ

ວັນທີ 30 ກໍລະກົດນີ້, ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມປະຊາຊົນບ້ານບວມອໍ້ເມືອງຊຽງເງິນແຂວງຫລວງພະບາງ, ໂດຍມີທ່ານ ສາຍສະໝອນ ທິດາກອນ ເຈົ້າເມືອງຊຽງເງິນ, ອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນໃຫ້ການຕ້ອນຮັບຢ່າງອົບອຸ່ນ, ໂດຍທ່ານເຈົ້າເມືອງຊຽງເງິນໄດ້ລາຍງານສະພາບໂດຍຫຍໍ້ຕໍ່ທ່ານປະທານສະພາແຫ່ງຊາດຮັບຊາບກ່ຽວກັບຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ວ່າ: ບ້ານບວມອໍ້ ເປັນບ້ານຊົນເຜົ່າກຶມມຸ,…

ທະຫານຟີລິບປິນຍຶດຂົວໃກ້ຖານທີ່ໝັ້ນ ຂອງກຸ່ມຕິດອາວຸດຢູ່ມາລາວີ

ທະຫານ​ຟີ​ລິບ​ປິນຍຶດຂົວ​ເສັ້ນສຳຄັນ​ທີ່​ເຊື່ອມ​ສູ່​ຕຳ​ແໜ່​ງຖານ​ທີ່​ໝັ້ນສຳຄັນ​ຂອງ​ກຸ່ມ​ຕິດ​ອາວຸດ​ຢູ່​ເມື​ອງມາລາ​ວີ​ທາງ​ຕອນ​ໃຕ້​ຂອງ​ປະ​ເທດ​ໄດ້​ແລ້ວ. ທັງ​ນີ້ ຈະ​ບໍ່​ມີ​ການ​ບຸກ​ໂຈມ​ຕີ ​ແຕ່​ຈ​ະ​ໃຊ້​ວິທີ​ການ​ກົດ​ດັນ ​ເພື່ອ​ຊ່ວຍ​ເຫລືອ​ຕົວ​ປະກັນ​ທີ່​ຖືກ​ຈັບ. ພົນ​ຈັດຕະວາ ​ເຣສຕິ​ຕູ​ໂຕ ພາ​ດິວລາ ​ໂຄສົກ​ກອງທັບ​ຟີ​ລິບ​ປິນ ຖະ​ແຫລ​ງວ່າ: ທະຫານ​ສາມາດ​ຍຶດຂົວ​ມາ​ປັນ​ດີ ​ເຊິ່ງ​ເປັນ​ເສັ້ນທາງ​ເຊື່ອມ​ເຂົ້າສູ່​ເຂດ​ທຸລະ​ກິດ​ສ່ວນ​ໃນ​ຂອງ​ເມືອງ​ມາລາ​ວີ​ໄດ້​ສຳ​ເລັດ. ທັງ​ນີ້​ເຊື່ອ​ວ່າ​ຍັງ​ມີ​ສະມາຊິກ​ກຸ່ມ​ຕິດ​ອາວຸດ​​ເຫລືອ​ຢູ່​ໃນ​ພື້ນທີ່​ດັ່ງກ່າວ​ປະມານ 40-60 ຄົນ ​ແລະ ມີ​ຜູ້​ທີ່​ຖືກ​ຈັບ​ເປັນ​ຕົວ​ປະກັນ​ອີກ​ປະມານ 80-100 ຄົນ ​ໂດຍສ່ວນ​ຫລາຍ​ອາດ​ຈະ​ຢູ່​ພາຍ​ໃນ​ມັດ​ສະ​ຢິດ….

ຈຳນວນຜູ້ເສຍຊີວິດຈາກພະຍາດ ໄຂ້ຫວັດໃຫຍ່ສາຍພັນໃໝ່ ຢູ່ມຽນມາເພີ່ມເປັນ 10 ຄົນ

ສຳນັກ​ຂ່າວ​ມຽນມາລາ​ຍງານ​ໃນ​ວັນ​ທີ 31 ກໍລະກົດ​ແລ້ວ​ນີ້​ວ່າ: ພົບ​ຜູ້​ເສຍ​ຊີວິດ​ຈາກ​ການ​ຕິດ​ເຊື້ອ​ໄວຣັດ​ໄຂ້ຫວັດ​ໃຫຍ່​ສາຍ​ພັນ​ໃໝ່​ຊະນິດ A (H1N1) 2009 ​ເພີ່ມ​ອີກ 3 ຄົນ​ຢູ່​ເຂດ​ຢາງ​ກຸ້ງ ສົ່ງ​ຜົນ​ໃຫ້​ຈຳນວນ​ຜູ້​ເສຍ​ຊີວິດ​ເພີ່ມ​ຂຶ້ນ​ເປັນ 10 ຄົນ​ແລ້ວ ນັບ​ແຕ່​ເຊື້ອ​ໄວຣັດ​ແຜ່​ລະບາດ. ລາຍ​ງານ​ລະບຸ​ວ່າ: ປັດຈຸບັນ​ມີ​ຄົນ​ເຈັບ​ທີ່​ສົງ​ໄສ​ວ່າ​ຈະ​ຕິດ​ເຊື້ອ​ໄຂ້ຫວັດ​ໃຫຍ່​ສາຍ​ພັນ​ດັ່ງກ່າວ​ແລ້ວ​ທັງ​ໝົດ 44 ຄົນ, ສ່ວນ​ພະ​ແນ​ກຄວບ​ຄຸມພະ​ຍາດຕິ​ດຕໍ່​ຂອງ​ກະຊວງ​ສາທາລະນະ​ສຸກ ​ແລະ…

ຈົ່ງຮ່ວມແຮງຮ່ວມໃຈກັນ ຊ່ວຍເຫລືອຜູ້ປະສົບໄພຈາກພາຍຸຊົງກາ

ໂດຍ: ທ່ຽງ​ທຳ ​ເພື່ອນ​ຜູ້​ອ່ານ​ທີ່​ຮັກ​ແພງ, ດັ່ງ​ພວກ​ເຮົາ​ໄດ້​ອອກ​ຂ່າວ​ໄປ​ແລ້ວ ຈາກ​ຄວາມ​ເສຍ​ຫາຍ​ຕ່າງໆ​ຈາກ​ພາຍຸ​ຊົງກາ ​ແລະ ພາຍຸ​ດີ​​ເປຣຊັນ​ທີ່​ພັດ​ຜ່ານ​ຫລາຍ​ເຂ​ດຂອງ​ປະ​ເທດ​ເຮົາ ອັນ​ໄດ້​ກໍ່​ໃຫ້​ເກີດ​ຜົນ​ເສຍ​ຫາຍ ນັບ​ທັງ​ຊີວິດ ​ແລະ ຊັບ​ສິນ, ​ເຮືອນ​ຊານ​ບ້ານ​ຊ່ອງ, ​ໄຮ່ນາ​ຮົ້ວສວນ​ຕ່າງໆ​ຂອງ​ປະຊາຊົນ​ເຮົາ​ເປັນ​ຈຳນວນ​ບໍ່​ໜ້ອຍ, ສະ​ເພາະ​ຢູ່​ບ້ານ​ກົງ​ແດງ ​ແລະ ບ້ານ​ໜອງ ​ເມືອງ​ແກ່ນ​ທ້າວ ​ແຂວງ​ໄຊ​ຍະ​ບູລີ ນອກຈາກ​ເຮືອນ​ຊານ​ຈຳນວນ 89…

ກຸ່ມມຸດສະລິມຕິດອາວຸດຢູ່ຟີລິບປິນ ຂ້າຕັດຄໍຕົວປະກັນ 7 ຄົນ

ກຸ່ມ​ມຸດ​ສະ​ລິ​ມຕິດ​ອາວຸດ​ຢູ່​ຟີ​ລິບ​ປິນລົງມື​ຂ້າ​ຕັດ​ຄໍ​ຕົວ​ປະກັນ 7 ຄົນ ​ເຊິ່ງ​ເປັນ​ກຳມະກອນ​ຕັດ​ໄມ້​ທີ່​ຖືກ​ລັກ​ພາ​ຕົວ​ໄປ​ຢູ່​ຖານ​ທີ່​ໝັ້ນຂອງ​ກຸ່ມ​ໃນ​ພາກ​ໃຕ້​ຂອງ​ປະ​ເທດ​ໃນ​ອາທິດ​ຜ່ານ​ມາ. ​ເຈົ້າໜ້າ​ທີ່​ຕຳຫລວດ​ຟີ​ລິບ​ປິນ​ເປີດ​ເຜີຍ​ໃນ​ວັນ​ທີ 30 ກໍລະກົດ​​ແລ້ວ​ນີ້​ວ່າ: ສົບ​ຂອງ​ຕົວ​ປະກັນ​ທັງ 7 ຄົນ​ຖືກ​ພົບ​ໃນ​ວັນ​ທີ 30 ກໍລະກົດ​​ແລ້ວ​ນີ້ ຢູ່​ບ້ານ​ເທິງ​ພູ​ແຫ່ງ​ໜຶ່ງ​ໃນ​​ເກາະ​ບາ​ຊິ​ລັນ ​ໂດຍ​ລະບຸ​ວ່າ: ກຸ່ມ​ທີ່​ເປັນ​ສະມາຊິກ​ຂອງ​ກຸ່ມ​ມຸດ​ສະ​ລິ​ມຕິດ​ອາວຸດ​ອາ​ບູ​ໄຊ​ຍາບ ທີ່ຢູ່​ໃນ​ພື້ນທີ່​ດັ່ງກ່າວ​ເປັນ​ຜູ​້ລົງມື. ຕຳຫລວດ​ຟີ​ລິບ​ປິນກ່າວ​ອີກ​ວ່າ: ກຸ່ມ​ຂອງ​ທ້າວ​ຟູຣູຈິ ອິນ​ດາ​ມາ ​ເຊິ່ງ​ເປັນ​ແກນ​ນຳ​ອາວຸ​ໂສ​ຂອງ​ອາ​ບູ​ໄຊ​ຍາບ…