Instagram ນໍາຮູບພາບທີ່ໝູ່ເພື່ອນສົ່ງມາໃຫ້ໄປເຮັດເປັນສະຕິກເກີຣ໌ໄດ້ແລ້ວ

​ໃນວັນທີ 28 ພະຈິກຜ່ານມານີ້, Instagram ໄດ້ອັບເດດເພີ່ມຟີເຈີໃຫມ່ ໂດຍໃຫ້ຜູ້ໃຊ້ສາມາດນໍາເອົາຮູບພາບທີ່ໝູ່ເພື່ອນສົ່ງມາໃຫ້ (ທາງ Direct) ໄປໃຊ້ເປັນສະຕິກເກີຣ໌ແປະໃນພາບຖ່າຍ (ແລະ ວິດີໂອ) ທີ່ຈະສົ່ງກັບໄປໃຫ້ໝູ່ເພື່ອນອີກຄັ້ງໄດ້ ແລະ ສາມາດເຮັດເປັນສະຕິກເກີຣ໌ແປະຊ້ອນສົ່ງກັບໄປມາໄດ້ອີກ. ນອກຈາກນີ້ ກໍຍັງໄດ້ເພີ່ມຕົວເລືອກໃຫ້ຜູ້ໃຊ້ສາມາດເລືອກໄດ້ວ່າຕ້ອງການໃຫ້ຮູບພາບທີ່ສົ່ງໄປນັ້ນ ເປີດເບິ່ງໄດ້ພຽງຄັ້ງດຽວ (One View) ຫຼື…

14 ສິ່ງນ້ອຍໆ ທີ່ພໍ່ແມ່ຄວນເຮັດ ເພື່ອສື່ສານກັບລູກວ່າພໍ່ແມ່ຮັກລູກ

ພໍ່ແມ່ບາງຄົນອາດຈະອາຍ ແລະ ບໍ່ກ້າສະແດງອອກກັບລູກວ່າຮັກລູກ ຖ້າລູກໃຫຍ່ຂຶ້ນຄວາມຫ່າງ​ເຫີ​ນຍິ່ງເພີ່ມຂຶ້ນ ​ແລະ ລູກມີໝູ່ເພື່ອນ, ມີສັງຄົມໃຫມ່ໆທີ່ເຂົາພົບໄດ້ ອາດຈະເຮັດໃຫ້ພໍ່ແມ່ບໍ່ໄດ້ສື່ສານກັບລູກເທົ່າທີ່ຄວນ. ມາປ່ຽນນິໄສຂອງພໍ່ ແລະ ແມ່ດີກວ່າ ຫາກບໍ່ກ້າບອກກັບລູກວ່າຮັກເຂົາ ລອງມາເຮັດສິ່ງນີ້ ເພື່ອບອກກັບລູກວ່າ ເຈົ້າຮັກ ແລະ ເປັນຫ່ວງເຂົາພຽງໃດ. ບໍ່ຫຼິ້ນໂທລະສັບຕອນທີ່ຢູ່ກັບລູກ: ເມື່ອພໍ່ແມ່ກັບໄປ​ເຮືອນ ຫຼື…

ຫລຸດຄວາມສ່ຽງໄດ້ຫລາຍພະຍາດໂດຍການກິນຖົ່ວ

ນັກວິໄຈພົບວ່າການກິນຖົ່ວ ສາມາດຫລຸດຄວາມສ່ຽງເສຍຊີວິດຈາກຫລາຍພະຍາດໄດ້ ໂດຍສະເພາະແມ່ນຫາກກິນໄດ້ທຸກມື້ໃນປະລິມານເຄິ່ງຝາມື. ນັກວິໄຈຍັງພົບຕື່ມວ່າ : ການກິນໝາກຖົ່ວອາວມັອນ, ຖົ່ວເຮເຊວນັດ, ແກ່ນໝາກມ່ວງຫິມະພານ, ໝາກຖົ່ວວອນນັດ ລ້ວນແຕ່ໃຫ້ຜົນດີຕໍ່ສຸຂະພາບທັງໝົດ. ຄົນທີ່ກິນຖົ່ວໃນປະລິມານທີ່ເໝາະສົມ ຍັງຈະຊ່ວຍຍືດອາຍຸ ແລະ ສຸຂະພາບຮ່າງກາຍໄປໄດ້ຫລາຍກ່ວາຄົນທີ່ບໍ່ກິນຖົ່ວເລີຍ  ເຊິ່ງການກິນຖົ່ວປະມານ 28 ກຣາມ 5 ຄາບຕໍ່ອາທິດ ຍັງຊ່ວຍຫລຸດຄວາມສ່ຽງຈາກການເສຍຊີວິດ…

ລ້ຽງລູກໃຫ້ໄອຄິວດີ – ມີຄວາມສຸກ

ນອກຈາກຄວາມປາຖະໜາໃຫ້ລູກເປັນຄົນດີ ແລະ ມີຊີວິດທີ່ມີຄວາມສຸກແລ້ວ, ພໍ່ແມ່ຫລາຍຄົນກໍຍັງຢາກໃຫ້ລູກມີໄອຄິວດີ (ຄວາມສະຫລາດທາງປັນຍາ) ແລະ ມີສະຕິປັນຍາດີເພື່ອທາງເລືອກໃນອະນາຄົດ ແລະ ການເຮັດວຽກດີໆທີ່ຈະໄດ້ມີຊີວິດທີ່ສຸກສະບາຍນຳ ເຊິ່ງຜູ້ຊ່ຽວຊານດ້ານສຸຂະພາບຈິດຈາກຫລາຍສະຖາບັນໃນຫລາຍໆປະເທດ ກໍໄດ້ແນະນຳເຖິງປັດໄຈສຳຄັນທີ່ຈະຊ່ວຍໃຫ້ເດັກນ້ອຍມີຄວາມສະຫລາດທາງສະຕິປັນຍາ ຫລື ໄອຄິວຢູ່ໃນລະດັບດີ ໂດຍການລ້ຽງດູທີ່ເໝາະສົມຈາກຄອບຄົວດັ່ງນີ້ : ຄວາມຮັກຄວາມອົບອຸ່ນໃນຄອບຄົວ, ການສະແດງອອກຂອງຄວາມຮັກຈາກພໍ່ແມ່ເຮັດໃຫ້ເດັກນ້ອຍຫລັ່ງສານ Nerve growth factor…

YouTube ໃນ iOS ອັບເດດແກ້​ໄຂບັນຫາກິນແບັດເຕີຣີແລ້ວ

ແອັບ YouTube ໃນ iOS ອອກອັບເດດເວີຊັ່ນໃຫມ່ ແກ້​ໄຂບັນຫາກິນແບັດເຕີຣີແລ້ວ ຫຼັງຈາກທີ່ກ່ອນໜ້ານີ້ມີຜູ້ໃຊ້ແອັບ YouTube ໃນ iOS ພົບບັນຫາແອັບ YouTube ມີບັ໊ກເຮັກໃຫ້ໃຊ້ພະລັງງານແບັດເຕີຣີ່ຫຼາຍກວ່າປົກກະຕິ ອີກທັງຍັງເຮັດໃຫ້ເຄື່ອງຮ້ອນຂະນະໃຊ້ງານ ຫລ້າສຸດເມື່ອວັນທີ 27 ພະຈິກຜ່ານມາ, ແອັບ YouTube ກໍໄດ້ອອກອັບເດດເວີຊັ່ນ…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!