ນາຍົກເນັ້ນຜູ້ບໍລິຫານການສຶກສາ ແລະ ກິລາຕ້ອງເອົາໃຈໃສ່ພັດທະນາດ້ານຄຸນນະພາບເປັນກົກ
ໃນໂອກາດໃຫ້ກຽດໂອ້ລົມຕໍ່ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວປະເທດປີ 2017 ແລະ ກອງປະຊຸມຄົບຄະນະກຳມາທິການແຫ່ງຊາດເພື່ອການພັດທະນາຊັບພະຍາກອນມະນຸດຄັ້ງທີ 6 ເມື່ອບໍ່ດົນມານີ້ຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ, ໂດຍໄດ້ເນັ້ນໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາໃນທົ່ວປະເທດສືບຕໍ່ເອົາໃຈໃສ່ປັບປຸງລະບົບການຮຽນ-ການສອນໃຫ້ມີຄຸນນະພາບ ເພື່ອແນໃສ່ສ້າງຊັບພະຍາກອນມະນຸດໃຫ້ມີປະສິດທິພາບ ແລະ ຕອບສະໜອງໃຫ້ແກ່ໂຄງປະກອບເສດຖະກິດ ແລະ ການພັດທະນາຂອງປະເທດຊາດໄດ້ຢ່າງພຽງພໍ ແລະ…