ສສ ຫວຽດນາມ ໃຫ້ການຊ່ວຍເຫລືອໄພນ້ຳຖ້ວມທີ່ແຂວງອັດຕະປືເປັນຈຳນວນຫລາຍ

 ໂດຍ: ບຸນໂຮມ ເຊົ້າຂອງວັນທີ 31ກໍລະ ກົດນີ້ ທ່ານ ຫງວຽນ ບ໋າຮຸງ ເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາລາວ ໄດ້ ຖະແຫຼງໃຫ້ຮູ້ວ່າ: ພາຍຫຼັງ ທີ່ໄດ້ຮູ້ຂ່າວເກີດໄພນໍ້າຖ້ວມ ຢູ່ ເມືອງສະໜາມໄຊ, ແຂວງ ອັດຕະປື…

ລະດັບ​ນ້ຳ​ເຊບັ້ງ​ໄຟ​ສືບ​ຕໍ່​ເພີ່ມ​ສູງ​ຂຶ້ນກາຍ​ເຂດ​ອັນຕະລາຍມີ 309 ບ້ານ​ໃນ​ແຂວງ​ຄຳ​ມ່ວນ​ໄດ້​ຮັບ​ຜົນ​ກະທົບ

ລາຍ​ງານ​ຫລ້າ​ສຸດ​ຈາກ​ຄະນະ​ກຳມະການ​ຄວບ​ຄຸມ ​ແລະ ປ້ອງ​ກັນ​ໄພພິບັດ​ຂັ້ນ​ແຂວງ ​ໃຫ້​ຮູ້​ວ່າ: ປັດຈຸບັນ​ມີ 300 ກວ່າ​ບ້ານ​ໃນ​ທົ່ວ​ແຂວງ​ຄຳ​ມ່ວນ​ໄດ້​ຮັບ​ຜົນ​ກະທົບ​ໜັກ​ຈາກ​ໄພ​ນ້ຳຖ້ວມ ມີ 13.589 ຄອບຄົວ​ພົບ​ຄວາມ​ຫຍຸ້ງຍາກ​ຫລາຍ, ​ເນື້ອທີ່​ນາປີ 25.049 ​ເຮັກຕາ​ຈົມ​ຢູ່​ໃນ​ພື້ນນ້ຳ, ຫລາຍ​ເຂດ​ບໍ່​ມີ​ໄຟຟ້າ​ໃຊ້, ​ເສັ້ນທາງ​ຖືກ​ຕັດຂາດ​ຫລາຍ​ຈຸດ ​ແລະ ສັດລ້ຽງ​ປະ​ເພດ​ງົວ, ຄວາຍ, ​ແບ້, ໝູ…

ມອບ-ຮັບ​ຫ້ອງການ​ກອງ​ບັນຊາ​ການ​ປ້ອງ​ກັນ​ເຄື່ອນ​ທີ່​ຫລັງ​ໃໝ່

​  ພິທີ​ມອບ-ຮັບ​ຫ້ອງການກອງ​ບັນຊາ​ການ​ປ້ອງ​ກັນ​ເຄື່ອນ​ທີ່​ຫລັງ​ໃໝ່ ​ແລະ ຫ້ອງການ​ກອງ​ຂົນ​ສົ່ງ-ລະບົບ​ສາງ​ຍຸດ​ທະ​ສາດ​ໄດ້​ຈັດ​ຂຶ້ນເມື່ອບໍ່ດົນມານີ້, ໂດຍການ​ເຂົ້າຮ່ວມຂອງທ່ານພົນຕີ ສົມ​ແກ້ວ ສີ​ລາ​ວົງ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ, ຊຶ່ງຫ້ອງການກອງ​ບັນຊາ​ການ​ປ້ອງ​ກັນ​ເຄື່ອນ​ທີ່​ຫລັງ​ໃໝ່ນີ້ມີ​ມູນ​ຄ່າກໍ່ສ້າງທັງໝົດຫລາຍກວ່າ 144 ຕື້ກີບ ແລະ ​ຫ້ອງການ​ກອງ​ຂົນ​ສົ່ງ ​ແລະ ລະບົບ​ສາງ​ຍຸດ​ທະ​ສາດ ມີມູນ​ຄ່າ 60 ຕື້ກ່ວາກີບ. ​ໃນໂອກາດນີ້, ທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ,…

ເຄື່ອງຊ່ວຍເຫລືອໄພພິບັດຈາກ ສປ ຈີນ ເຖິງ ສປປ ລາວ ແລ້ວ

ເພື່ອເປັນການສະແດງເຖິງສາຍພົວພັນໄມຕີຈິດມິດຕະພາບຢ່າງເລິກເຊິ່ງຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນ. ດັ່ງນັ້ນໃນວັນທີ 30 ກໍລະກົດນີ້ທີ່ສະໜາມບິນສາກົນວັດໄຕນະຄອນຫລວງວຽງຈັນ, ທ່ານ ຫວາງ ເຫວິນທຽນ ເອກອັກຄະລັດຖະທູດ ສປຈີນ ປະຈຳລາວ ໄດ້ຕາງໜ້າລັດ ຖະບານຈີນ ມອບວັດຖຸ ແລະ ອຸປະກອນ ເພື່ອຊ່ວຍເຫລືອບັນເທົາທຸກຜູ້ປະສົບໄພນ້ຳຖ້ວມໃຫ້ແກ່ລັດຖະບານລາວ ເພື່ອນຳໄປຊ່ວຍເຫລືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມຢູ່ເມືອງສະໜາມໄຊແຂວງອັດຕະປື,…

ການນໍາກະຊວງກະສິກໍາ ແລະ ປ່າໄມ້ ລົງຊຸກຍູ້ເຂດປະສົບໄພນໍ້າຖ້ວມຢູ່ແຂວງຄໍາມ່ວນ

ເຊົ້າວັນທີ 30 ກໍລະກົດ ນີ້, ທ່ານ ລຽນ ທິແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ລົງຕິດຕາມຊຸກຍູ້ເຂດປະສົບໄພທາງທໍາມະຊາດ ຢູ່ແຂວງ ຄໍາມ່ວນ ແລະ ໃນໂອກາດນີ້, ທ່ານຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງດັ່ງກ່າວໄດ້ລາຍງານໃຫ້ຮູ້ວ່າ:…

7 ວັນ​ຜ່ານ​ມາ ການ​ກູ້​ໄພ​​ຜູ້​ຕົກ​ຄ້າງ ​ແລະ ​ເສຍ​ຊີວິດຈາກ​ໄພພິບັດ​ນ້ຳຖ້ວມ​ຢູ່​ເມືອງ​ສະໜາມ​ໄຊຍັງພົບ​ຄວາມ​ຫຍຸ້ງຍາກ

​ໃນ​ການ​ຖະ​ແຫລ​ງຂອງ​ໜ່ວຍ​ງານ​ຂ່າວສານ​ກ່ຽວ​ກັບ​ຄວາມ​ຄືບ​ໜ້າ​ຂອງພາລະກິດ​ກອບ​ກູ້ ​ແລະ ຄົ້ນຫາ​ຜູ້​ເສຍ​ຊີວິດ​ຈາກ​ໄພພິບັດ​ນ້ຳຖ້ວມ​ຢູ່​ເມືອງ​ສະໜາມ​ໄຊ ​ແຂວງ​ອັດ​ຕະປື ​ໃນ​ວັນ​ທີ 30 ກໍລະກົດ​ນີ້ ​ໃຫ້​ຮູ້​ວ່າ: ​ເປັນ​ເວລາ 7 ມື້​ແລ້ວ​ທີ່​ຄະນະ​ຮັບຜິດຊອບ​ພາກ​ສະໜາມ​ໄດ້​ສືບ​ຕໍ່​ຊີ້​ນຳ​ກຳລັງ​ກອງທັບ​ປະຊາຊົນ​ລາວ​ສົມທົບ​ກັບ​ເຈົ້າໜ້າ​ທີ່​ກູ້​ໄພ​ຈາກ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ໃນ​ການ​ຊອກ​ຄົ້ນ ​ແລະ ​ເກັບ​ກູ້​ຜູ້​ເສຍ​ຊີວິດ​ເທົ່າ​ທີ່​ຈະ​ໄວ​ໄດ້, ​ໄປ​ຄຽງ​ຄູ່​ກັບ​ການຈັດ​ສັນ​ຜູ້​ປະສົບ​ໄພ​ໄປ​ພັກ​ເຊົາ​ຢູ່​ຕາມ​ຈຸດ​ພັກ​ເຊົາ​ຊົ່ວຄາວ​ທີ່​ກຽມ​ໄວ້, ພ້ອມ​ທັງ​ໄດ້ເອົາ​ໃຈ​ໃສ່​ກວດກາ​ພົນລະ​ເມືອງ​ໃຫ້​ມີ​ຄວາມ​ຊັດ​ເຈນ ​ເພື່ອ​ຮັບປະກັນ​ການ​ໃຫ້​ຄວາມ​ຊ່ວຍ​ເຫລືອ​ບັນ​ເທົາ​ທຸກ​ເບື້ອງຕົ້ນ​ໄດ້​ທົ່ວ​ເຖິງ. ຄະນະ​ຮັບຜິດຊອບ​ພາກ​ສະໜາມ ລາຍ​ງານ​ວ່າ:…

ລາວ-ຫວຽດນາມ ເພີ່ມການຮ່ວມມືວຽກງານກໍາມະບານຂະແໜງທະນາຄານ

       ຄະນະຜູ້ແທນສະຫະພັນ​ກຳມະບານ ທະນາຄານ​ແຫ່ງ ສປປ ລາວ (ທຫລ) ເຊິ່ງນຳໂດຍສະຫາຍນາງ ຂັນແກ້ວ ຫຼ້າມະນີເງົາ,   ປະທານສະຫະພັນກໍາມະບານ ທຫລ, ຫົວໜ້າກົມ​ບັນຊີ ແລະການ​ເງິນ ທຫລ ໄດ້ເຄື່ອນໄຫວຢ້ຽມຢາມ ແລະເຮັດວຽກ ຮ່ວມກັບ ຄະນະສະ ຫະພັນກຳມະບານທະນາຄານຫວຽດນາມ ທີ່ນະຄອນ…

ອຸຕຸເຕືອນຫລາຍແຂວງໃຫ້ມີສະຕິລະວັງຫລັງລະດັບແມ່ນໍ້າຂອງສູງຂຶ້ນໃກ້ເຂດອັນຕະລາຍແລ້ວ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ແຈ້ງເຕືອນໃຫ້ອໍານາດການປົກຄອງ ແລະ ປະຊາຊົນຫລາຍແຂວງທີ່ຢູ່ລຽບຕາມແມ່ນໍ້າຂອງໃຫ້ມີສະຕິລະວັງກຽມພ້ອມຮັບມື້ກັບສະພາບນໍ້າຖ້ວມ, ຫລັງຈາກເຫັນວ່າລະດັບແມ່ນໍ້າຂອງສູງຂຶ້ນໃກ້ເຂດອັນຕະລາຍແລ້ວໃນວັນທີ 31 ກໍລະກົດນີ້ ແລະ ອາດສູງກາຍເຂດອັນຕະລາຍໃນບໍ່ເທົ່າໃດວັນຕໍ່ໜ້ານີ້, ເຊິ່ງລະດັບນໍ້າຂອງທີ່ວັດແທກໃນວັນທີ 31 ກໍລະກົດຢູ່ບໍລິຄໍາໄຊ 12,49 ແມັດ ຖືວ່າໃກ້ເຂດລະວັງໄພ 13,50 ແມັດ ແລະ…

ທ່ານຮອງນາຍົກ ສອນໄຊ ສີພັນດອນ ເນັ້ນໃຫ້ຈັດແຜນວຽກຟື້ນຟູໄພນໍ້າຖ້ວມຢ່າງຮີບດ່ວນ

ກອງປະຊຸມຄະນະກຳມະການສະເພາະກິດແກ້ໄຂໄພພິບັດລະດັບຊາດ, ເພື່ອປຶກສາຫາລື ແລະ ແບ່ງຄວາມຮັບຜິດຊອບໃຫ້ແຕ່ລະກະຊວງ, ແຕ່ລະໜ່ວຍງານ ເລັ່ງແກ້ໄຂໄພພິບັດ ຢູ່ແຂວງອັດຕະປືໃຫ້ມີປະສິດທິຜົນ. ໄດ້ຈັດຂຶ້ນໃນວັນທີ 31 ກໍລກົດ ນີ້, ໂດຍການເປັນປະທານຂອງທ່ານ  ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ທັງເປັນປະທານຄະນະກໍາມະການສະເພາະກິດແກ້ໄຂໄພພິບັດລະດັບຊາດ, ໂດຍທ່ານໄດ້ເນັ້ນໃຫ້ບັນດາກະຊວງກ່ຽວຂ້ອງ ແລະ ໜ່ວຍງານແກ້ໄຂໄພພິບັດແຕ່ສູນກາງຮອດທ້ອງຖິ່ນ ຈົ່ງຈັດແຜນວຽກສຸກເສີນ…

ສຶກສາ-ກິລານະຄອນຫລວງສະຫລຸບບັ້ນສອບເສັງ ຈົບຊັ້ນ ມ4-ມ7

ເມື່ອທ້າຍອາທິດຜ່ານ ມາ, ທີ່ສູນການຄ້າລາວ- ໄອ ເຕັກ, ສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ໄດ້ມີພິທີສະຫຼຸບຜົນການ ສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ (ມ4), ຕອນປາຍ (ມ7) ແລະ ຜົນການສອບເສັງນັກຮຽນ ເກັ່ງລະດັບຊາດ ທົ່ວນະຄອນ ຫຼວງວຽງຈັນ ປະຈຳສົກ…