ເປີດກອງປະຊຸມປົວອາວສໍາລັບອາຊີເພື່ອສົ່ງເສີມການຮ່ວມມືລະຫວ່າງ ລາວ-ຈີນ

ຂປລ. ໃນວັນທີ 28 ກັນຍານີ້, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ສະພາການຄ້າຊາວຈີນຕ່າງດ້າວຢູ່ລາວ ໄດ້ຈັດກອງປະຊຸມປົວອາວ ສໍາລັບອາຊີ ຢູ່ນະ ຄອນຫລວງວຽງຈັນ (Boao Furum for Asia Vientiane Conference) ເພື່ອເປັນການຮັດແໜ້ນສາຍສຳພັນ…

ເອດີ​ອາ​ເອັຟ ໃຫ້ການຊ່ວຍເຫຼືອ​ພັດທະນາ​ການ​ສຶກສາ​​ເດັກນ້ອຍ ຢູ່ 2 ​ແຂວງ​ຂອງລາວ

​​​ພິທີ​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ ​ໂຄງການ​ຫ້ອງ​ຮຽນ​ແຫ່ງ​ຄວາມ​ຫວັງ​ໃໝ່ ຢູ່ນະຄອນຫຼວງວຽງຈັນ ແລະ ແຂວງຫຼວງພະ ລວມມີມູນ​ຄ່າປະມານ 1,3 ຕື້​ກວ່າ​ກີບ (162.200 ​ໂດ​ລາ​ສະຫະລັດ), ໄດ້ມີຂຶ້ນໃນວັນ​ທີ 28 ກັນຍານີ້, ທີ່​ກະຊວງ​ສຶກສາ​ທິການ ​ແລະ ກິລາ ​ລະຫວ່າງ​ທ່ານ ນາງ ສີ​ສຸກ ວົງ​ວິຈິດ…

ເຊີນທ່ຽວງານເທດສະການແຫ່ງສັບປະດາເກົາຫຼີ ໃນຕົ້ນເດືອນຕຸລານີ້ ທີ່ນະຄອນຫຼວງວຽງຈັນ

ໃນວັນທີ 27 ກັນຍາຜ່ານາ, ສະຖານທູດ ສ ເກົາຫຼີ ຮ່ວມກັບກະຊວງກະສິກຳ, ລ້ຽງສັດ ແລະ ອາຫານ, ສະຖາບັນສົ່ງເສີມຜະລິດຕະພັນອາຫານເກົາຫຼີ, ອົງການ KOICA ແລະ ອົງການ KOTRA ປະຈຳລາວ ໄດ້ຈັດງານຖະແຫຼງຂ່າວໃຫ້ຮູ້ວ່າ: ໃນວັັນທີ 5-7…

ນັກ​ສຶກສາລາ​ວ 2 ຄົນ ໄດ້ຮັບ​ລາງວັນ ຮອນດາ ສໍາລັບ​ນັກວິທະຍາສາດ ​ແລະ ວິສະວະກອນ​ໜຸ່ມ ປະ​ຈໍາປີ 2018

ເມື່ອບໍ່ດົນມານີ້,​ ທີ່​ສະ​ຖາ​ບັນພັດທະນາ​ຊັບພະຍາກອນ​ມະນຸ​ດ ລາວ-​ຍີ່​ປຸ່ນ ທີ່ນະຄອນຫຼວງວຽງຈັນ ​ໄດ້​ມີພິທີມອບ-​ຮັບ ລາງວັນຮອນ​ດາ ສໍາລັບ​ນັກວິທະຍາສາດ ​ແລະ ວິສະວະກອນ​ໜຸ່ມ ປະ​ຈໍາປີ 2018 ໃຫ້ນັກສຶກສາລາວ 2 ຄົນ,  ຊຶ່ງມອບ​ໂດຍທ່ານ ອາ​ກິ​ລະ ​ໂກ​ະໂຕະ ຜູ້​ອໍານວຍ​ການ​ຝ່າຍ​ບໍລິຫານ​ມູນ​ນິທິ​ຮອນ​ດາ, ມີທ່ານຮອງ​ອະທິການ​ບໍດີ ມະຫາວິ​ທະຍາ​ໄລ​ແຫ່ງ​ຊາດ…

ລາວຈັດງານໂຮມຊຸມນຸມ ວັນວໍ້ໂລກ ປະຈໍາປີ 2018

ໃນວັນທີ 28 ກັນຍານີ້, ກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກໍາ ແລະ ປ່າໄມ້ ຮ່ວມກັບ ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຈັດງານໂຮມຊຸມນຸມ ວັນວໍ້ໂລກ ປະຈໍາປີ 2018 ( 28/9/2007-28/9/2018) ຂຶ້ນທີ່ສວນເຈົ້າຟ້າງຸ່ມ ນະຄອນຫຼວງວຽງຈັນ,…

ແລກປ່ຽນຄຳເຫັນກ່ຽວກັບໂຄງການໄຟຟ້າພະລັງງານນໍ້າປາກລາຍເພື່ອສ້າງຄວາມເຂັ້ມແຂງການວາງແຜນອ່າງໃນແມ່ນໍ້າຂອງ

ກອງປະຊຸມລະດັບພາກພື້ນກ່ຽວກັບໂຄງການໄຟຟ້າພະລັງງານນໍ້າປາກລາຍ ແລະ ບັນດາຂໍ້ລິເລີ່ມອື່ນໆ ທີ່ດຳເນີນມາເປັນເວລາສອງວັນ ໄດ້ສໍາເລັດລົງໃນວັນທີ 21 ກັນຍານີ້ທີ່ນະຄອນຫລວງວຽງຈັນ, ໂດຍມີພາກສວນທີ່ກ່ຽວຂ້ອງຈາກອົງການຈັດຕັ້ງທາງສັງຄົມ, ລັດຖະບານ ແລະ ອົງການຈັດຕັ້ງ ທີ່ບໍ່ສັງກັດລັດຖະບານ, ນັກວິຊາການ, ພາກເອກະຊົນ ແລະ ຄູ່ຮ່ວມພັດທະນາເຂົ້າຮ່ວມນໍາດ້ວຍ ແລະ ຕ່າງຝ່າຍໄດ້ສະແດງຄວາມກັງວົນ ແລະ ສະເໜີຄຳເຫັນຮ່ວມກັນ…

ຂະແໜງທະນາຄານ ເພີ່ມທະວີການ​ຮ່ວມ​ມື​ກັບ​ສາ​ກົນ

ເນື່ອງ​ໃນໂອ​ກາດວັນ​ສ້າງ​ຕັ້ງ ທ​ຫລ ຄົບ​ຮອບ 50 ປີ (07 ຕຸ​ລາ 1968-07 ຕຸ​ລາ 2018) ​ ​ປະ​ຕິ​ບັດ​ຕາມ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ຂອງ​ພັກ ແລະ ລັດ​ຖະ​ບານ; ຄະ​ນະ​ພັກ-ຄະ​ນະ​ນຳ ທະນາຄານແຫ່ງ ສປປ ລາວ (ທ​ຫລ) ໄດ້​ເອົາ​ໃຈ​ໃສ່​ຊີ້​ນຳ…

ຂົວມິດຕະພາບ I ຈະເປີດນໍາໃຊ້ລະບົບເກັບຄ່າທຳນຽມຜູ້ໂດຍສານ ແລະ ພາຫະນະແບບເອເລັກໂຕຣນິກເລີ່ມແຕ່ເດືອນຕຸລານີ້

ເພື່ອຄວາມສະດວກສະບາຍ ແລະ ເພີ່ມຄວາມໂປ່ງໃສ່ໃນການຈັດເກັບລາຍຮັບເຂົ້າງົບປະມານ, ກົມພາສີກະ ຊວງການເງິນຮ່ວມກັບທະ­ນາ­ຄານ​ການ​ຄ້າ​ຕ່າງ­ປະ­ເທດ​ລາວ ​ມະ­ຫາ­ຊົນ (ທຄຕລ) ຈະເປີດນຳໃຊ້ທົດລອງໂຄງ­ການ​ພັດທະ​ນາ​ລະ­ບົບ​ການ​ຈັດ​ເກັບ​ຄ່າ​ທຳ­ນຽມ​ຜູ້­ໂດຍ­ສານ ແລະ ພາ­ຫະ­ນະ​ແບບ​ເອ​ເລັກ​ໂຕຣ​ນິກ (Smart VAT) ໃນໄລຍະ​ທີ 2 ໃນ​ກາງເດືອນຕຸລານີ້ ​ແລະ ຈະເປີດນໍາໃຊ້ຢ່າງເປັນທາງການ​ໃນທ້າຍ​ເດືອນ​ທັນວາ 2018 ທີ່ດ່ານພາສີສາກົນຂົວມິດຕະພາບ I,…

ຄາດຕະກອນຂ້າ​ແຟນສາວຢູ່ບ້ານອີໄລຖືກ​ຈັບ​ແລ້ວ

ໃນເດືອນກຸມພາປີ 2017 ຜ່ານມາ, ມີຍິງສາວຄົນໜຶ່ງຖືກຄາດຕະກໍາຢູ່​ແຄມ​ປ່າເຂດ​ບ້ານ​ອີ່​ໄລ​ເໜືອ, ​ເມືອງ​ນາ​ຊາຍ​ທອງນະຄອນຫລວງ​ວຽງ​ຈັນ, ໂດຍຜູ້ເສຍຊີວິດຊື່ນາງ ຍົວ ອາຍຸ 22 ປີຢູ່​ບ້ານ​ໂນນ​ຕ້ອງ, ​ເມືອງ​ໝື່ນ​ແຂວງ​ວຽງ​ຈັນ ແລະ ນັບແຕ່ມື້ເກີດເຫດເຈົ້າໜ້າທີ່ສືບສວນ-ສອບສວນ ນະຄອນຫລວງວຽງຈັນ, ໄດ້ພະຍາຍາມສືບຫາຄາດຕະກອນ ແລະ ຈົນມາຮອດທ້າຍເດືອນສິງຫາ 2018 ເຈົ້າໜ້າທີ່ສາມາດຈັບຕົວຄາດຕະກອນໄດ້ຊື່ທ້າວ ວົງ​ໄຊ…

8 ຫລັກການເລີ່ມຕົ້ນທີ່ດີເມື່ອທ່ານໄດ້ວຽກໃໝ່

ເມື່ອທ່ານຕັດສິນໃຈປ່ຽນວຽກເພື່ອໃຫ້ມີຊີວິດທີ່ດີກ່ວາເກົ່າ ທ່ານອາດຈະຄິດວ່າພົບວຽກທີ່ແມ່ນແລ້ວ, ເພື່ອນຮ່ວມງານທີ່ດີ, ແຕ່ນັ້ນມັນຍັງບໍ່ພໍ ທ່ານຕ້ອງປະສົບຄວາມສຳເລັດໃນຕຳແໜ່ງນີ້ນຳ. ມື້ທຳອິດຂອງທ່ານອາດຈະຜ່ານໄປດ້ວຍດີ, ອາທິດທຳອິດກໍຍັງສະບາຍໆ, ແຕ່ຫົວໜ້າຂອງທ່ານບໍ່ໄດ້ເຝົ້າເບິ່ງທ່ານພຽງແຕ່ມື້ສອງມື້ເທົ່ານັ້ນ ນັ້ນໝາຍຄວາມວ່າທ່ານຍັງມີໂອກາດທີ່ຈະສ້າງຄວາມປະທັບໃຈໄດ້ອີກດ້ວຍ 8 ວິທີນີ້ : ແນະນຳໂຕກັບທຸກຄົນ : ການແນະນຳໂຕອາດເປັນເລື່ອງງ່າຍໆທີ່ໃຜຫລາຍຄົນເບິ່ງຂ້າມ, ແຕ່ຢ່າລືມວ່າວຽກຂອງທ່ານຕ້ອງການຄົນທີ່ເຮັດວຽກເປັນທີມ ແລະ ຖ້າທ່ານບໍ່ມີການສານສຳພັນກັບເພື່ອນໃໝ່ ກໍຄົງບໍ່ດີແນ່ນອນ ໂດຍ…