ຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໂອ້ລົມ ພະນັກງານຫລັກແຫລ່ງ ເມືອງໄຊຈຳພອນ
ໃນວັນທີ 26 ກຸມພານີ້, ທ່ານຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ການນຳຫລັກແຫລ່ງ ແລະ ພະນັກງານ-ລັດຖະກອນ ເມືອງໄຊຈຳພອນ ແຂວງບໍລິຄຳໄຊ. ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ຮັບຟັງລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ຂອງເມືອງວ່າ: ປະຊາຊົນສ່ວນໃຫຍ່ມີອາຊີບກະສິກໍາປູກຝັງ-ລ້ຽງສັດ, ເສດຖະກິດສືບຕໍ່ຂະຫຍາຍຕົວຕໍ່ເນື່ອງ,…