ໂດຍ: ທິດກ່ຳ ສະພາບການປ່ຽນແປງຂອງດິນຟ້າອາກາດເຫັນວ່າມີລັກສະນະຮຸນແຮງຂຶ້ນເລື້ອຍໆ, ເທົ່າທີ່ທິດກ່ຳໄດ້ຕິດຕາມມາປີນີ້ເຫັນວ່າສະພາບອາກາດຮ້ອນອົບເອົ້າລື່ນກວ່າປີຜ່ານໆມາ ແລະ ປາກົດການທີ່ຜິດປົກກະຕິອີກອັນໜຶ່ງກໍແມ່ນມີພາຍຸລົມແຮງ ກາຍເປັນໄພພິບັດອັນໃຫຍ່ຫລວງຕໍ່ທຳມະຊາດ, ສິ່ງແວດລ້ອມ, ຕໍ່ຄົນ, ສັດເດຍລະສານ ເຊັ່ນວ່າ: ມີລົມພາຍຸ, ຟ້າຜ່າ, ໝາກເຫັບຕົກ ເຮັດໃຫ້ບ້ານເຮືອນໃນຫລາຍທ້ອງຖິ່ນເປ່ເພເສຍຫາຍດ້ວຍມູນຄ່າຫລາຍສີບຫລາຍຮ້ອຍລ້ານກີບ. ໃນສະໄໝກ່ອນ, ເບິ່ງຄາວພໍ່ແມ່ປູ່ຍ່າຕານາຍເຮົາ ພໍຕົກເຖິງເດືອນຫ້າຕໍ່ໃສ່ເດືອນຫົກລາວເຮົາ ກໍມີຝົນໂຮຍຮຳ,…