ຄວາມອັນຕະລາຍຂອງກອງທັບປວກ
ໂດຍ: ລູກເມືອງພວນ ປວກເປັນປະເພດສັດຕົວນ້ອຍໆ ບໍ່ມີກະດູກສັນຫຼັງ, ອາໄສເຮັດຮັງຢູ່ຕາມພື້ນດິນ, ຄູນດິນຂຶ້ນເພື່ອເປັນບ່ອນຢູ່ ອາໄສ.ປວກເຖິງແມ່ນເປັນຕົວນ້ອຍໆແຕ່ມີຄວາມອັນຕະລາຍທີ່ສຸດຕໍ່ເຄື່ອງປູກຂອງຝັງ, ເຮືອນຊານບ້ານຊ່ອງ ແລະ ສິ່ງຂອງຂອງຄົນເຮົາ. ຖ້າກອງທັບປວກເຂົ້າເຖິງບ່ອນໃດ, ບ່ອນນັ້ນຈະຖືກທໍາລາຍຢ່າງຮາບກ້ຽງ. ປະເທດລາວເປັນປະເທດທີ່ມີພູມສັນຖານພູສູງ ແລະ ພູພຽງກວມ 2/3 ຂອງເນື້ອທີ່ທັງຫມົດ, ອາກາດປະເທດລາວເປັນອາກາດເ ຂດຮ້ອນຊຶ່ງເຫມາະສົມໃຫ້ກອງທັບປວກດໍາລົງຊີວິດ ແລະ…