199 ໂຄງການໃນທົ່ວປະເທດ ໄດ້ຮັບນະໂຍບາຍຫລຸດຄ່າຊໍາລະກະແສໄຟຟ້າລົງ 50 %

199 ໂຄງການໃນ 34 ເມືອງຂອງ 8 ແຂວງທົ່ວປະເທດ ໄດ້ຮັບນະໂຍບາຍຫລຸດຄ່າຊໍາລະກະແສໄຟຟ້າລົງ 50% ໃນລະບົບແຮງດັນ 22 ກິໂລໂວນ ຈາກ 448 ກີບ/ກິໂລວັດ ຍັງເຫລືອ 224 ກີບ/ກິໂລວັດ ຕາມແຈ້ງການຂອງກະຊວງພະລັງງານ ແລະ ບໍ່ແຮງ…

ພະຍາດອະຫິວາໝູຍັງລະບາດໜັກຢູ່ຫລາຍແຂວງ

ກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ຮູ້ວ່າ: ມາຮອດປັດຈຸບັນທົ່ວປະເທດຍັງພົບເຫັນການລະບາດຂອງພະຍາດອະຫິວາໝູອາຟຣິກາ, ຈາກຜົນການວິໄຈຢູ່ 15 ແຂວງຄື: ສາລະວັນ, ສະຫວັນນະເຂດ, ນະຄອນຫລວງວຽງຈັນ, ຫົວພັນ, ຜົ້ງສາລີ, ບໍລິຄໍາໄຊ, ໄຊສົມບູນ, ເຊກອງ, ຊຽງຂວາງ,…

ເຈົ້າໜ້າທີ່ຈະຮັບປະກັນໃຫ້ການສັນຈອນໃນມື້ ໄຂສົກຮຽນ ໃໝ່ໂລ່ງລ່ຽນ

ຮອງຫົວໜ້າພະແນກຈະລາຈອນນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ເພື່ອ ຮັບປະກັນການສັນຈອນໄປ-ມາຂອງປະຊາຊົນມີຄວາມສະດວກປອດໄພໃນຊ່ວງ ໄລຍະເປີດສົກຮຽນໃໝ່ 2019-2020 ນີ້, ທາງພະແນກຈະລາຈອນໄດ້ວາງ ແຜນຈັດສົ່ງຕໍາຫລວດຈະລາຈອນລົງໄປປະຈໍາການຢູ່ຕາມສາຍທາງຕ່າງໆໃນ ຂອບເຂດນະຄອນຫລວງວຽງຈັນຈໍານວນ 119 ຈຸດ. ນັບທັງຈຸດທີ່ມີໂຮງຮຽນ ຕັ້ງຢູ່ຕາມແຄມທາງ 49 ຈຸດ ແລະ ຕາມປ້ອມຍາມຕ່າງໆ 49 ຈຸດ,…

ກອງປະຊຸມແກ້ໄຂບັນຫາບໍລິເວນຊາຍແດນລາວ-ກຳປູເຈຍບັນລຸຜົນເປັນຢ່າງດີ

ກອງປະຊຸມພົບປະສອງຝ່າຍລະຫວ່າງສອງກອງທັບລາວແລະກຳປູເຈຍກ່ຽວກັບກຳນົດການຖອນກຳລັງອອກຈາກບໍລິເວນໄຮ່ເຂົ້າຈຸດພິກັດ (E0523410 N1579776) ເມືອງມຸນລະປະໂມກແຂວງຈຳປາສັກສປປລາວໄດ້ຈັດຂຶ້ນໃນວັນທີ 27 ສິງຫາ 2019 ນີ້ທີ່ດ່ານປະເພນີຫາງດອນຂະເໝົາເມືອງໂຂງແຂວງຈຳປາສັກ, ຝ່າຍລາວນຳໂດຍທ່ານພົນຈັດຕະວາສຸໄກພິມມະສານຫົວໜ້າການທະຫານກອງບັນຊາການທະຫານແຂວງຈຳປາສັກ, ຝ່າຍກຳປູເຈຍນຳໂດຍທ່ານພົນຕີດວງຈັນຜູ້ບັນຊາການກອງພົນນ້ອຍທີ 9 ກອງທັບຣາຊະອານາຈັກກຳປູເຈຍ. ກອງປະຊຸມໄດ້ພ້ອມກັນຕົກລົງເປັນເອກະພາບໃນບັນຫາສຳຄັນດັ່ງນີ້.     1.ສອງຝ່າຍເຫັນດີຖອນກຳລັງທະຫານຂອງຕົນອອກຈາກບໍລິເວນໄຮ່ເຂົ້າຈຸດພິກັດ(E0523410N1579776) ກັບຄືນສູ່ຈຸດທີ່ຕັ້ງເດີມຂອງຕົນ.     2. ສອງຝ່າຍເຫັນດີເປັນເອກະພາບຈັດຕັ້ງຄະນະກຳມະການຮ່ວມເພື່ອສັງເກດການແລະກວດກາການຖອນກຳລັງທະຫານຂອງທັງສອງຝ່າຍ, ເຊິ່ງກຳນົດເອົາຝ່າຍລະ…

ນາຍົກ ມາເລເຊຍ ຢ້ຽມຢາມ ຫວຽດນາມ

ຮຽບຮຽງໂດຍ: ລູກເມືອງພວນ     ນາຍົກລັດຖະມົນຕີ ມາເລເຊຍ Mahathir Mohamad, ອາຍຸ 94 ປີ ໄດ້ໄປເຖິງ ຮ່າໂນ້ຍ ໃນວັນທີ 26 ສິງຫາ       ນີ້ ເພື່ອເປັນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 26-28 …

ສະຫະພາບເອີຣົບ (EU) ພ້ອມທີ່ຈະຕອບໂຕ້ຄືນຖ້າສະຫະລັດຂຶ້ນພາສີຕໍ່ເຫລົ້າແວັງ ຂອງຝຣັ່ງ

ຮຽບຮຽງໂດຍ: ລູກເມືອງພວນ ໃນວັນທີ 24 ສິງຫານີ້, ປະທານສະພາເອີຣົບ(EC) Donald Tusk, ໄດ້ໃຫ້ຮູ້ວ່າ: ປະທານາທິບໍດີສະຫະລັດ      ອາເມລິກາສວຍໃຊ້ພາສີເປັນ ເຄື່ອງມືທາງການເມືອງ, ຈະເຮັດໃຫ້ໂລກມີຄວາມສ່ຽງ, ໃນນັ້ນມີທັງສະຫະພາບ         ເອີຣົບນຳດ້ວຍທ່ານຢໍ້າວ່າ:  “ຈະຕອບໂຕ້ຄືນໃຫ້ເທົ່າທຽມກັນ” ຖ້າສະຫະລັດຫາກຂຶ້ນພາສີເຫຼົ້າແວັງຂອງຝຼັ່ງ. ສະຫະພາບເອີຣົບ, ບໍ່ຢາກປະເຊີນໜ້າກັບສະຫະລັດ,“ແຕ່ພວກເຮົາຢູ່ໃນທ່າ ຕຽມພ້ອມ….

ອຸຕຸ​ເຕືອນ​ກຽມ​ຮັບ​ມື​ພະຍຸ​ໝູນ​ເຂດ​ຮ້ອນຈະ​ຜ່ານ​ປະ​ເທດລາວ​ທ້າຍ​ເດືອນ​ນີ້

ກົມ​ອຸຕຸນິຍົມ ​ແລະ ອຸ​ທົກ​ກະ​ສາດ ​​ໄດ້ເຕືອນ​ໃຫ້​ປະຊາຊົນ​​ມີ​ສະຕິ​ລະ​ວັງ​ຕົວຕໍ່​ສະພາບ​ອາກາດທີ່​ມີ​ການ​ປ່ຽນ​ແປງ, ​ໂດຍສະ​ເພາະ​ຜູ້​ທີ່ອາ​ໃສຢູ່​ລຽບ​ແຄມ​ແມ່​ນໍ້າ​ຕ່າງໆໃຫ້ເກັບ​ມ້ຽນວັດຖຸ​ສິ່ງ​ຂອງ ​ແລະ ສັດລ້ຽງ​ຂອງ​ຕົນ​​ໄປໄວ້​ບ່ອນປອດ​ໄພ, ​ເນື່ອງ​ຈາກ​​ໃນ​ໄລຍະ​ທ້າຍ​ເດືອນ​ສິງຫາ​ຫາ​ຕົ້ນ​ເດືອນ​ກັນຍາ​ນີ້ ຝົນຈະ​ຕົກ​ໃນລະ​ດັບ​ຄ່ອຍ​ຫາ​ປານ​ກາງ ​ແລະ ອາດ​ຈະຕົກ​ໜັກ​ຢູ່​ຫລາຍ​ທ້ອງ​ຖິ່ນ, ​ເຊິ່ງຈະ​ເຮັດ​ໃຫ້​ລະດັບ​ນໍ້າ​ສາຍ​ຕ່າງໆ​ສູງ​ຂຶ້ນ​ ​ແລະ ​ເກີດມີ​ນໍ້າ​ປ່າ​ໄຫລຊຸ​ແຮງ, ​ນໍ້າ​ຖ້ວມ​ເປັນ​ບໍລິ​ເວນ​ກວ້າງ​ຢູ່​ຫລາຍ​ທ້ອງ​ຖິ່ນ ຍ້ອນ​ຮ່ອງ​ຄວາມ​ກົດ​ດັນ​ຕໍ່າ​ຂອງອາກາດຮ້ອນ​ທີ່​ມີ​ກໍາລັງ​ປານ​ກາງຫາ​ແຮງ​ຈະ​ພັດ​ຜ່ານ​ແຂວງ​ພາກ​ເໜືອ​ຫາ​ພາກ​ກາງຂອງ​ປະ​ເທດ​​ເຮົາ, ພ້ອມ​ດຽວ​ກັນ​ນັ້ນ ​ລົມ​ມໍ​ລະ​ສຸມ​ຕາ​ເວັນ​ຕົກ​ສຽງ​ໃຕ້ ທີ່ີມີ​ກໍາລັງ​ປານ​ກາງ​ຈະ​ພັດ​ປົກ​ຄຸມ​ເປັນ​ສ່ວນ​ໃຫຍ່ ຈາກ​ນັ້ນ​ວັນ​ທີ…

ຢູ​ນີ​ເທວ​ຈະ​ມອບ​ທຶນ​ການ​ສຶກ​ສາ​ໃຫ້​ແກ່​ນ້ອງໆ​ນັກ​ຮຽນ​ທີ່​ທຸກ​ຍາກ​ຂາດ​ເຂີນ

ຕະຫຼອດໄລຍະ 10 ປີຜ່ານມາ ບໍລິສັດ ສະຕາ ໂທລະຄົມ ຈໍາກັດ (ຢູນິເທວ) ນອກຈາກໄດ້ເອົາໃຈໃສ່ພັດທະນາຕົນເອງໃຫ້ເຕີບໃຫຍ່ເຂັ້ມແຂງເປັນໜຶ່ງໃນບໍລິສັດທີ່ ເຮັດວຽກງານບໍລິການໂທລະຄົມໃນລາວແລ້ວ, ເພິ່ນຍັງໄດ້ເລັງເຫັນ ແລະ ຖືສຳຄັນອີກວຽກງານໜຶ່ງໃນການປະກອບສ່ວນຊ່ວຍເຫຼືອ ສັງຄົມໂດຍສະເພາະແມ່ນວຽກງານການສຶກສາຂອງລາວເພື່ອແນໃສ່ການພັດທະນາຊັບພະຍາກອນມະນຸດ, ຍົກສູງຄວາມຮູ້ຄວາມສາມາດຂອງນັກຮຽນ, ນັກສຶກສາກໍຄືລູກຫຼານຂອງປະຊາຊົນບັນດາເຜົ່າຜູ້ດ້ອຍໂອກາດໃນເຂດຊົນນະບົດຫ່າງໄກສອກຫຼີກຕ່າງໆ ເພື່ອເປັນກຳລັງແຮງປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດໃຫ້ມີຄວາມຈະເລີນສີວິໄລ. ດັ່ງຈຸດປະສົງຂອງຢູ່ນີເທວໃຫ້ຮູ້ວ່າ:…

ກະຊວງຕ່າງປະເທດຢືນຢັນສະພາບຊາຍແດນລາວ-ກໍາປູເຈຍຢູ່ໃນພາວະປົກກະຕິ

ທ່ານ ອານຸສິນ ຂັດຕິຍະລາດ ຮອງຫົວຫນ້າຫ້ອງການຄະນະກໍາມະການຊາຍແດນແຫ່ງຊາດ ກະຊວງການຕ່າງປະເທດ, ໄດ້ໃຫ້ສໍາພາດສື່ມວນຊົນລາວໃນວັນທີ 27 ສິງຫານີ້ວ່າ: ເນື່ອງຈາກໄລຍະຜ່ານມາ, ໄດ້ມີກະແສຂ່າວປອມເຜີຍແຜ່ໃນສື່ສັງຄົມອອນລາຍກ່ຽວກັບສະຖານະການຄວາມບໍ່ສະຫງົບໃນບໍລິເວນຊາຍແດນລາວ-ກໍາປູເຈຍ ເຂດຍອດເຊລໍາເພົາ, ເມືອງມູນລະປະໂມກແຂວງຈໍາປາສັກ ສປປ ລາວ ແລະ ເຂດເມືອງແສບ, ແຂວງເພຣຍວີເຮຍຣາຊະອານາຈັກກໍາປູເຈຍນັ້ນແມ່ນເປັນຂ່າວລື, ຂ່າວຫລອກລວງ ແລະ ປັດຈຸບັນບໍລິເວນດັ່ງກ່າວແມ່ນຢູ່ໃນສະພາວະປົກກະຕິ,…

ເອສຕຣາດາຊະນະນ໊ອກ ດາເວນ ແບມອນຍົກ 9 ປ້ອງກັນແຊ້ມເທື່ອທຳອິດໄດ້ສຳເລັດ

ຮວນ ຟຣານຊິສໂກ ເອສ ຕຣາດາ ແຊ້ມໂລກລຸ້ນຊຸບ ເປີຟຼາຍເວດ ຂອງສະພາມວຍ ໂລກປ້ອງກັນສາຍແອວ ຄັ້ງ ທຳອິດໄດ້ສຳເລັດດ້ວຍການເອົາຊະນະນ໊ອກ ດາເວນ ແບມອນ ຜູ້ທ້າຊິງຈາກສະຫະລັດອາເມລິກາໃນຍົກທີ 9 ຂອງການຊົກທີ່ແມັກຊິໂກ ເມື່ອວັນທີ 24 ສິງຫາທີ່ຜ່ານມາ.      ພຽງແຕ່ຍົກສອງ…