ໂຮງໝໍມິດຕະພາບ 150 ຕຽງ ຈະບໍລິການກວດສຸຂະພາບໂດຍບໍ່ເສຍຄ່າ ເນື່ອງໃນໂອກາດສະຫລອງວັນພະຍາດອຸປະຕິເຫດເສັ້ນເລືອດສະໝອງ
ເນື່ອງໃນໂອກາດສະເຫລີມສະຫລອງວັນພະຍາດອຸປະຕິເຫດເສັ້ນເລືອດສະໝອງ ທີ່ຈະຈັດຂຶ້ນໃນວັນທີ 3 ພະຈິກນີ້, ຢູ່ໂຮງໝໍມິດຕະພາບ 150 ຕຽງ ນະຄອນຫລວງວຽງຈັນ, ເຊິ່ງທ່ານ ສະໜອງ ທອງຊະນະ ອໍານວຍການໂຮງໝໍດັ່ງກ່າວໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມລາວພັດທະນາເຮົາວ່າ: ການສະເຫລີມສະຫລອງວັນດັ່ງກ່າວໃນປີໂດຍມີຄໍາຂວັນວ່າ: “ອຸປະຕິເຫດເສັ້ນເລືອດສະໝອງສາມາດປ້ອງກັນໄດ້” ແລະ ຈະເປັນອີກໂອກາດໜຶ່ງເພື່ອໂຄສະນາເຜີຍແຜ່ຂໍ້ມູນຂ່າວສານດ້ານສຸຂະສຶກສາໃຫ້ປະຊາຊົນໄດ້ຮັບຮູ້ເຂົ້າໃຈຕໍ່ປັດໄຈສ່ຽງຕ່າງໆທີ່ກໍ່ໃຫ້ເກີດພະຍາດນີ້ ແລະ ຮູ້ວີທີປ້ອງກັນປິ່ນປົວ. ພ້ອມນີ້, ທາງໂຮງໝໍຈະມີກິດຈະກຳກວດສຸຂະພາບ,…