ເດັດດ່ຽວປະຕິບັດວາລະສຸກເສີນຕ້ານໂຄວິດ-19

ໂດຍ: ທິດກໍ່າ ໃນວັນທີ 29 ມີນາ 2020 ທີ່ຜ່ານມາ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ອອກຄຳສັ່ງເລກທີ 06/ນຍ, ລົງວັນທີ 29 ມີນາ 2020 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ…

ຮ່າໂນ້ຍ ເລັ່ງອອກກວດຫາເຊື້ອໄວຣັສໂຄວິດ-19ໃຫ້ປະຊາຊົນ ພຽງ 10 ນາທີຮູ້ຜົນ

ລູກເມືອງພວນ ແຫຼ່ງຂ່າວຈາກ TTO ຂອງຫວຽດນາມ, ວັນທີ 30 ມີນານີ້ ໃຫ້ຮູ້ວ່າ: ນະຄອນຫຼວງຮ່າໂນ້ຍ ໄດ້ແຕ່ງຕັ້ງໜ່ວຍແພດໝໍເຄື່ອນທີ່ອອກເປັນ 10 ຈຸ ເພື່ອລົງກວດຫາເຊື້ອໄວຣັສໂຄວິດ-19 ໃຫ້ປະຊາຊົນຢູ່ 10 ຈຸດທົ່ວພື້ນທີ່ຂອງນະຄອນຫຼວງ ຮ່າໂນ້ຍ. ທ່ານ ຈຸງ ເຈົ້າຄອງນະຄອນ…

ປະຊາຊົນລາວທັງຊາດຈົ່ງໃຫ້ການຮ່ວມມືກັບລັດຖະບານ

ເພື່ອຜ່ານພົ້ນວິກິດການໂຄວິດ-19 ໃນຄັ້ງນີ້ ບົດຮຽນຂອງຫຼາຍໆປະເທດໄດ້ບອກໃຫ້ຮູ້ໃຫ້ເຫັນແລ້ວວ່າ ພະຍາດໂຄວິດ ມັນຮ້າຍກາດສໍ່າໃດ. ມັນບໍ່ໄດ້ເລືອກໜ້າເລືອກຕາ, ບໍ່ເລືອກຊົນຊັ້ນວັນນະ, ບໍ່ໄດ້ເລືອກປະເທດນ້ອຍ ປະເທດໃຫ່ຍ, ປະເທດຮັ່ງ, ປະເທດທຸກ. ທຸກຄົນມີສິດຕິດເຊື້ອໄດ້ຖ້າຫາກບໍ່ມີວິທີປ້ອງກັນທີ່ດີ ແລະ ບໍ່ປະຕິບັດຄຳສັ່ງຂອງລັດຖະບານ. ພວກເຮົາຈົ່ງພ້ອມພຽງກັນ ຈັດຕັ້ງປະຕິມັດມາດຕະການຕ້ານພະຍາດໂຄວິດ-19 ຂອງລັດຖະບານວາງອອກໃຫ້ດີ, ມີການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນ…

ຊ໊ອກວົງການ! ອະດີດນັກກີລາຢີມນາສຕິກແຊ້ມໂລກ ສາລະພາບ ສະແດງໜັງໂປ້ມາດົນກວ່າ 8 ປີ (ມີພາບ)

          “ເມື່ອເຈົ້າດີທີ່ສຸດໃນປະເທດ ທຸກຄົນຄາດຫວັງຫຍັງແນ່ຈາກເຈົ້າ” ນີ້ຄືຄຳເວົ້າທີ່ ເວໂຣນ່າ ຟານເດີລູ ອະດີດນັກກິລາຢີມນາສຕິກຊື່ດັງຂອງປະເທດໂຮນລັງ ຂຽນພາດຫົວໃນໜັງສືເລື່ອງລາວດ້ານມືດຂອງລາວທີ່ຊື່ວ່າ “Simply Verona” ເສັ້ນທາງອາຊີບຂອງ ເວໂຣນ່າ ຟານເດີລູ ກຳລັງໂດດເດັ່ນຫຼັງຈາກຄວ້າແຊ້ມກິລາຢີມນາສຕິກ ເຍົາວະຊົນເອີຣົບ 2 ສະໄໝຊ້ອນ.           ຈາກນັ້ນ ເວໂຣນ່າ…

ຍທຂ ແຈ້ງໃຫ້ໂຈະຊົ່ວຄາວການບໍລິການຂົນສົ່ງໂດຍສານ

ອີງຕາມແຈ້ງການ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ພະແນກ ຍທຂ ນະ ຄອນຫລວງວຽງຈັນ ໄດ້ອອກແຈ້ງການ ສະບັບເລກທີ 2157/ຍທຂ.ນວ, ລົງວັນທີ 30 ມີນາ 2020 ເລື່ອງ: ໂຈະຊົ່ວຄາວການບໍລິການຂົນສົ່ງໂດຍສານພາຍໃນແຂວງ, ສາຍຕ່າງແຂວງ ແລະ…

ຫນ້າເປັນຫ່ວງປະຊາຊົນຫລັ່ງໄຫລຊື້ຜ້າອັດປາກແຕ່ການສະ ໜອງບໍ່ພຽງພໍ.

ຫນ້າເປັນຫ່ວງມື້ວັນທີ 31 ມີນາຜ່ານມານີ້, ປະຊາຊົນຊາວນະຄອນຫລວງວຽງຈັນນັບຫລາຍພັນຄົນ, ໄດ້ຫລັ່ງໄຫລໄປຊື້ຜ້າອັດປາກ ທີ່ລັດຖະບານນຳ ອອກມາຂາຍ ມີຈຳນວນຈຳກັດໃນລາຄາ ກັບໜຶ່ງ 50.000 ກີບ, ໂດຍມອບໃຫ້ ບໍລິສັດ ຊີບີເອຟ ຟາຣມາ ຈຳກັດ ແລະ ບໍລິສັດ ວຽງທອງການຢາ ຈຳກັດ…

ແຂວງ ບໍ່ແກ້ວ ຄຸມເຂັ້ມລາຄາສິນຄ້າ ໄລຍະການລະບາດເຊື້ອ ໂຄວິດ-19

ແຫລ່ງຂ່າວແຂວງ ບໍ່ແກ້ວ ລາຍງານວ່າ: ເມື່ອບໍ່ດົນມານີ້, ເຈົ້າຫນ້າທີ່ກວດກາສິນຄ້າຂະແຫນງການຄ້າພາຍໃນພະແນກອຸດສາຫະກໍາແລະການຄ້າເຊິ່ງຈາກການລົງເກັບກໍາຂ້ມູນການສະຫນອງສິນຄ້ານໍາຜູ້ປະກອບການພາຍໃນຕະຫຼາດແລະບັນດາຮ້ານຄ້າພາຍໃນເທດ ສະບານແຂວງເຫັນວ່າຍັງຢູ່ໃນເກນປົກກະຕິ , ສິນຄ້າທີ່ໃຊ້ອຸປະໂພກແລະ ບໍລິໂພກພາຍໃນແຂວງສ່ວຍໃຫຍ່ແມ່ນການນໍ າເຂົ້າຈາກຕ່າງປະເທດຕົ້ນຕໍ ແມ່ນປະເທດໄທແລະສປປຈີນຈໍານວນຫນື່ງ , ສິນຄ້າທີ່ຜູ້ບໍລິໂພກມີ ການຊື້ເປັນປະຈໍາໄດ້ແກ່ຊີ້ນປາ , ຜຶດ – ຜັກແລະເຂົ້າສານ, ສິນຄ້າເຫຼົ່ານີ້ແມ່ນນໍາເຂົ້າຈາກ ປະເທດໄທເປັນສ່ວນໃຫຍ່ຊຶ່ງປະຈຸບັນແມ່ນຍັງມີການນໍາເຂົ້າແລະສະຫນອງຄວາມຕ້ອງການໄດ້ເປັນປົກກະຕິຄືໄລຍະດຽວກັນຂອງປີຜ່ານມາສະແດງອອກໃນຕົວເລກຈໍລະຈອນສິນຄ້າປະຈໍາງວດ ຄື: ຫມວດສະບຽງອາຫານມູນຄ່າ 126.178.064.000 ກີບທຽບໃສ່ງວດ IV…

ການລະບາດໂຄວິດຈະເຮັດປະຊາກອນໂລກ ຂາດເຂີນອາຫານຢ່າງຮຸນແຮງ

        ວັນທີ 31 ມີນານີ້, ການລະບາດພະຍາດອັກເສບປອດໂຄວິດ-19 ອາດເຮັດໃຫ້ປະຊາກອນໂລກຜະເຊີນກັບການຂາດເຂີນສະບຽງອາຫານປະຈໍາວັນ ພາຍຫລັງອົງການສາກົນ ແລະ ຜູ້ຊ່ຽວຊານດ້ານອາຫານພົບສັນຍານລະບົບຕ່ອງໂສ້ການສະໜອງອາຫານທົ່ວໂລກເລີ່ມສັ່ນຄອນ ຍ້ອນຫລາຍໂຮງງານອຸດສາຫະກໍາຢຸດການຜະລິດ, ລະບົບຂົນສົ່ງຖືກຢຸດສະງັກ, ຜູ້ຜະລິດ ແລະ ຜູ້ປູກກະສິກໍາຢຸດການປູກການລ້ຽງ ເຊິ່ງຈະສົ່ງຜົນໃຫ້ອາຫານຂາດເຂີນ ແລະ ລາຄາເພີ່ມຂຶ້ນ ຖ້າບັນດາປະເທດຜະລິດລາຍໃຫຍ່ເພີ່ມການຈໍາກັດການສົ່ງອອກ.       ບັນດາຜູ້ສົ່ງອອກເຂົ້າລາຍໃຫຍ່ຂອງໂລກປະກອບມີອິນເດຍປະມານ…