ບໍລິສັດສະຕາ ເທເລຄອມ (Star Telecom) ຫຼື UNITEL ອຸດໜູນນັກສຶກສາລາວ 477 ຄົນ ທີ່ກຳລັງສຶກສາຮໍ່າຮຽນຢູ່ ສສ ຫວຽດນາມ ໄລຍະ ໂຄວິດ-19

ໂດຍ: ລູກເມືອງພວນ ນອກຈາກໄດ້ເອົາໃຈໃສ່ຮ່ວມມືກັບລັດຖະບານລາວ ຕ້ານໂຄວິດ-19 ແລ້ວ, ບໍລິສັດ ສະຕາເທເລຄອມ ຫຼື ຢູນີແທວ (Unitel) ໄດ້ໃຫ້ການອຸດໜູນບັດເຕີມເງິນສຳລັບອິນເຕີແນັດໃຫ້ນັກສຶກສາລາວຈຳນວນ 477 ຄົນທີ່ກຳລັງສຶກສາຮໍ່າຮຽນຢູ່ທີ່ມະຫາວິທະຍາໄລ ໄຕບັກ ທີ່ມີຄວາມຫຍຸ້ງຍາກໃນການຄົ້ນຄວ້າຮໍ່າຮຽນທ່າມກາງການລະບາດຂອງໂຄວິດ-19 ແກ່ຍາວ.ພາຍຫລັງນັກສຶກສາດັ່ງກ່າວມາ ພັກເຕດ (ກຸດ) ຫວຽດນາມກັບຄອບຄົວຂອງຕົນຢູ່ລາວ ແລະ…

ຊົມເຊີຍວັນປົດປ່ອຍພາກໃຕ້ຫວຽດນາມຄົບຮອບ 45 ປີ ຢ່າງສຸດໃຈ!

ໂດຍ: ລູກເມືອງພວນ ພາຍຫຼັງ ໄຊງ່ອນ ໄດ້ຮັບການປົດປ່ອຍຢ່າງສົມບູນໃນວັນທີ 30/4/1975 ມາເຖິງມື້ນີ້ພໍດີ 45 ປີເຕັມ. ພາຍຫຼັງໄດ້ເຂົ້າຮ່ວມວົງຄະນະຍາດແຫ່ງຊາດຫວຽດນາມເປັນໜຶ່ງດຽວຢ່າງເອກະພາບແລ້ວ, ໄຊງ່ອນ ຫຼື ນະຄອນ ໂຮ່ຈິມິນ ໄດ້ປ່ຽນໂສມໜ້າໃໝ່ຢ່າງເຫັນໄດ້ຊັດເຊັ່ນ: ເຮືອນຊານບ້ານຊ່ອງ ຕັ້ງສູງສະຫງ່າ, ຖະໜົນຫົນທາງກວ້າງຂວາງສະອາດງາມຕາ ແລະ ສິ່ງທີ່ສຳຄັນຄືຊີວິດການເປັນຢູ່ທາງດ້ານວັດຖຸ…

ແຟງລັງ ຈະນຳເຂົ້າຜ້າອັດປາກຈາກຈີນ 12,5 ລ້ານອັນ

ແຫລງ​ ຊິນ​ຮວາ​ ຂອງ​ຈີນ ລາຍງານໃຫ້ຮູ້ວ່າ: ສຳນັກງານ​ ຈັດ​ຫາ​ອຸປະກອນ​ການ​ແພດ​ສຸກ​ເສີນ​ແຫ່ງ​ຊາດ ຂອງ​ແຟງ​ລັງ ​ເປີດ​ເຜີຍ​ວ່າ: ​ແຜນການ ​ນຳ​ເຂົ້າ ຜ້າອັດປາກ ​ຈາກ​ຈີນ ຈຳນວນ 12,5 ລ້ານ​ອັນ ພາຍ​ໃນ​ເດືອນກໍລະກົດ​ນີ້ ​ເພື່ອ​ຫລຸດຜ່ອນ ​ການ​ແຜ່​ລະບາດຂອງ​ເຊື້ອ​ພະຍາດ ​ໂຄ​ວິດ-19. ສ່ວນທ່ານ…

ປີ 2020 ຈະເປັນປີທີ່ຮ້ອນທີ່ສຸດ ແລະ ຮ້ອນຫຍັງແດ່ ?

ໂດຍ:​ ມຶກບໍ່ແຫ້ງ ບໍ່ພໍເທົ່າໃດ ພວກເຮົາກໍຈະກ້າວເຂົ້າສູ່ເຄິ່ງປີ 2020 ແລ້ວ ແຕ່ ນັກອຸຕຸນິຍົມສາດ ຄາດການວ່າປີນີ້ ຈະຮ້ອນທີ່ສຸດຕັ້ງແຕ່ໄດ້ມີການບັນທຶກຂໍ້ມູນມາ ນັ້ນໝາຍຄວາມວ່າ ໄພພິບັດ ຫຼາຍອັນອາດເກີດຂຶ້ນກໍເປັນໄດ້. ອີງຕາມບັນດາ ນັກອຸຕຸນິຍົມສາດ ຄາດການວ່າ ຄວາມໄປໄດ້ 50% ຫາ 70%…

ທ່ານ ທຣຳ ສັ່ງ CIA ສືບຈີນ-ອະນາໄມໂລກ ກັງວົນປົກປິດຂໍ້ມູນໂຄວິດລະບາດ

     ປະທານາທິບໍດີ ທຣຳ ສັ່ງທຸກໜ່ວຍຂ່າວລັບ ຊອກຫາຂໍ້ມູນຈີນ-ອະນາໄມໂລກ ມີສ່ວນກ່ຽວຂ້ອງປິດບັງເລື່ອງໂຄວິດແຕ່ທຳອິດ ຫລື ບໍ່. ສຳນັກຂ່າວ NBC ຂອງອາເມລິກາ ລາຍງານໂດຍອ້າງແຫລ່ງຂ່າວພາຍໃນທຳນຽບຂາວວ່າ: ປະທານາທິບໍດີ ໂດນັລ ທຣຳ ໄດ້ມອບໝາຍໃຫ້ໜ່ວຍຂ່າວລັບ ແລະ ໜ່ວຍສືບລາຊະການລັບຢູ່ອາເມລິກາທຸກແຫ່ງ ນັບແຕ່ສຳນັກສອບສວນກາງ (CIA),…

ຄະນະແພດ-ໝໍຫລວງພະບາງ ພູມໃຈຕໍ່ຜົນການປິ່ນປົ່ວຜູ້ຕິດເຊື້ອໂຄວິດ-19 ທັງ 3 ຫາຍດີ

ໂຮງໝໍແຂວງຫລວງພະບາງ ໃຫ້ຮູ້ວ່າ: ຄະນະ ແພດໝໍທຸກໆຄົນ ມີຄວາມພາກພູມໃຈຫລາຍທີ່ສາມາດ ປີ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ບໍ່ເຄີຍມີມາກ່ອນນັ້ນທັງ 3 ກໍລະນີຫາຍດີ ແລະ ສາມາດຢັບຢັ້ງບໍ່ໃຫ້ພະຍາດຕິດແປດດັ່ງກ່າວແຜ່ລາມສູ່ຜູ້ອື່ນໆ, ນີ້ແມ່ນຜົນສຳເລັດທີ່ຫນ້າເອກອ້າງຂອງນັກຮົບເສື້ອຂາວ ທີ່ໄດ້ຮ່ວມແຮງຮ່ວມໃຈກັນສຸມສະຕະປັນຍາ ແລະ ເຫື່ອແຮງຂອງຕົນເຂົ້າໃສ່ສະໜາມຮົບຕີຕ້ານສັດຕູຕົວຮ້າຍກາດດັ່ງກ່າວ, ພາຍຫລັງໄດ້ຮັບມອບໝາຍໜ້າທີ່ອັນໜັກໜ່ວງ, ແຕ່ມີກຽດນີ້, ພະນັກງານແພດ-ໝໍທຸກຄົນໄດ້ສາມັກຄີກັນສຸມໃສ່ຫນ້າທີ່ວິຊາສະເພາະຂອງໃຜລາວດ້ວຍຄວາມຮັບຜິດຊອບ, ເບີ່ງແຍງປີ່ນປົວຄົນເຈັບ ຜູ້ທີ່ຕິດເຊື້ອເປັນເວລາເດືອນກວ່າໃນທີ່ສຸດກໍປະສົບຜົນສຳເລັດທີ່ຫນ້າພາກພູມໃຈນີ້…

ລາວບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເປັນມື້ທີ່ 18 ແລ້ວ

ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19, ຖະແຫລງໃຫ້ຮູ້ໃນວັນທີ30 ເມສານີ້ວ່າ: ມາຮອດມື້ນີ້ເປັນມື້ທີ່ 18 ແລ້ວ,ທີ່ລາວເຮົາບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມໃຫມ່ອີກ, ຊຶ່ງມີພຽງຜູ້ຕິເຊື້ອສະໂສມເກົ່າຈຳນວນ 19 ຄົນເທົານັ້ນ ແລະ ໃນນັ້ນກໍສາມາດປິ່ນປົວຫາຍດີ ແລະ ອອກໂຮງຫມໍແລ້ວ…

ໂຄວິດ-19 ເຮັດໃຫ້ກໍາມະກອນທົ່ວໂລກຫວ່າງງານຫລາຍກ່ວາ 25 ລ້ານຄົນ

ລະນຶກວັນກຳມະກອນສາກົນ 1 ພຶດສະພາຄົບຮອບ 134 ປີ ກໍາມະກອນກໍຄືຜູ້ອອກແຮງງານທັງຫລາຍແມ່ນຫນຶ່ງໃນກຳລັງການຜະລິດ ແລະ ກໍແມ່ນຜູ້ໄດ້ຮັບຜົນກະທົບຫນັກຈາກ ການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃຫມ່ໂຄວິດ -19 ໂດຍສະເພາະດ້ານລາຍຮັບແລະຊີ ວິດການເປັນຢູ່ຂອງເຂົາເຈົ້າພົບຄວາມຫຍຸ້ງຍາກເປັນທີ່ສຸດ, ເນື່ອງຈາກການປິດ ໂຮງຈັກໂຮງງານ ແລະ ກິດຈະການຕ່າງໆ, ປິດການເຄື່ອນໄຫວຂອງບັນດາວິສາຫະກິດແລະ ກໍບໍ່ມີການຈ້າງແຮງງານ ແລະ ຮ້າຍແຮງໄປກ່ວານັ້ນບາງວິສາຫະກິດກໍລົ້ມລະລາຍ,…

ສ.ເກົາຫລີ ດີໃຈ ບໍ່ພົບຜູ້ຕິດເຊື້ອໂຄວິດຄົນໃໝ່ ຄັ້ງທຳອິດໃນຮອບ 75 ວັນ

ສ.ເກົາຫລີ ຢືນຢັນບໍ່ພົບຜູ້ຕິດເຊື້ອໄວຣັສໂຄວິດຄົນໃໝ່ ເປັນຄັ້ງທຳອິດໃນຮອບ 75 ວັນ ຫລັງຈາກລັດຖະບານໃຊ້ມາດຕະການທາງລຸກໃນການກວດຫາຜູ້ຕ້ອງສົງໄສຕິດເຊື້ອ. ໃນວັນທີ 30 ເມສາ 2020 ສຳນັກຂ່າວ BBC ລາຍງານວ່າ: ທາງການ ສ.ເກົາຫລີ ຖະແຫລງຄວາມຄືບໜ້າການລະບາດຂອງເຊື້ອໄວຣັສໂຄໂຣນາສາຍພັນໃໝ່ 2019 ຫລື ໂຄວິດ-19 ໃນປະເທດ…