ອົງການອະນາໄມໂລກ ປະກາດໃຫ້ວັນນີ້ເປັນວັນຫ້າມສູບຢາສາກົນ

ເຫດການວັນນີ້ໃນອະດີດ 31 ພຶດສະພາ 1988 ອົງການອະນາໄມໂລກ (WHO) ປະກາດ ໃຫ້ວັນນີ້ເປັນ ວັນຫ້າມສູບຢາສາກົນ (World No Tobacco Day) ເປັນຄັ້ງທຳອິດ ດ້ວຍເຫດຜົນທີ່ວ່າ ຢາສູບເປັນສາເຫດເຮັດໃຫ້ເກີດພະຍາດ 25 ພະຍາດເຊັ່ນ: ມະເຮັງປອດ ແລະ…

ປູກ​ໄມ້​ຢ່າ​ອ່າງ​ແຕ່​ເນື້ອທີ່ ແລະ ຈຳນວນຕົ້ນ

ໂດຍ: ລູກເມືອງພວນ ສະບາຍດີ, ເພື່ອນຜູ້ອ່ານ ທີ່ຮັກແພງທັງຫລາຍ, ໃຜໆໃນຊາດລາວກໍຮູ້ດີວ່າ ວັນທີ 1 ມິຖຸນາແຕ່ລະປີເປັນວັນປູກຕົ້ນໄມ້ແຫ່ງຊາດທັງແມ່ນວັນເດັກນ້ອຍສາກົນອີກດ້ວຍ. ຕາມປະເພນີປະຕິບັດກັນມາເມື່ອຮອດວັນທີ 1 ມີຖຸນາ ແຕ່ລະປີ, ບັນດາພາກສ່ວນຕ່າງໆກໍພ້ອມພຽງກັນກະກຽມຕົ້ນໄມ້ ແລະ ພື້ນທີ່ເພື່ອໄວ້ປູກ.. ຕາມແຜນການຂອງລັດຖະບານລາວ ເມື່ອຮອດທ້າຍປີ 2020 ນີ້ຈະໃຫ້ມີພື້ນທີ່ປ່າໄມ້ປົກຄຸມ…

ຄ່າຂອງຄົນ ຢູ່ທີ່ຜົນຂອງງານ ຄ່າຂອງງານ ຢູ່ທີ່ການກະທໍາ

ຕາມຄວາມຈິງແລ້ວ ຊີວິດແມ່ນສິ່ງທີ່ປະເສີດເລີດລໍ້າຂອງມວນມະນຸດ, ສະນັ້ນ ພວກເຮົາຢາກມີຊີວິດທີ່ມີຄຸນຄ່າຈະຕ້ອງອອກແຮງງານຢ່າງຫມົດຈິດຫມົດໃຈ ພ້ອມທັງກາຍ ແລະ ສະຕິປັນຍາ ເພື່ອສ້າງຜົນ ງານອັນລໍ້າຄ່າໃຫ້ແກ່ສັງຄົມ ແລະ ປະເທດຊາດດ້ວຍຄວາມບໍລິສຸດຜຸດຜ່ອງ ດັ່ງຄໍາສຸພາສິດທີ່ວ່າ “ຄ່າຂອງຄົນຢູ່ທີ່ຜົນຂອງງານ ຄ່າຂອງງານຢູ່ທີ່ການກະທໍາ”. ແມ່ນແລ້ວ ຄົນເຮົາຈະມີຄຸນຄ່າໄດ້ນັ້ນ ກໍຕໍ່ເມື່ອຄົນເຮົາໄດ້ປະກອບສ່ວນສ້າງຜົນງານຫຼາຍຢ່າງໄວ້ໃຫ້ແກ່ສັງຄົມກໍຄືປະເທດຊາດ ໂດຍການໃຊ້ເຫື່ອແຮງ ແລະ ກໍາລັງທັງຫມົດເພື່ອອຸທິດໃຫ້ແກ່ປະເທດຊາດຈົນກະທັ້ງຊີວິດກໍບໍ່ເສຍດາຍ….

“ຊາດທີ່ເປັນຄົນນີ້ ໃຫ້ທໍາພຽນຄືນົກເຈົ່າ ຍາມເມື່ອບິນຜ່ານຜ້າຍ ໃຫ້ຂາວແຈ້ງດັ່ງນົກຍາງ”

ມວນມະນຸດທີ່ດໍາລົງຊີວິດຢູ່ໃນສັງຄົມໃນປັດຈຸບັນນີ້ ສິ່ງສໍາຄັນສໍາລັບຄົນເຮົາ ຕ້ອງປະພຶດຕົນໃຫ້ມີຄຸນສົມບັດທັດສະນະຫຼັກຫມັ້ນອັນດີງາມ ຈຶ່ງຈະໄດ້ຮັບຄວາມນິຍົມຊົມຊອບຈາກຝູງຊົນອ້ອມຂ້າງຢ່າງກວ້າງຂວາງ ໃນນັ້ນ, ຕ້ອງປະກອບມີຄວາມຮູ້, ຄວາມສາມາດ, ມີຄວາມຖະຫນອມຖ່ອມຕົວ, ສຸພາບຄ່ຽມຄົມ ຈຶ່ງຈະສົມຄໍາສອນຂອງປູ່ຍ່າຕານາຍທີ່ກ່າວໄວ້ວ່າ: “ຊາດທີ່ເປັນຄົນນີ້ ໃຫ້ທໍາຕົນຄືນົກເຈົ່າ ບາດວ່າບິນຜ່ານຜ້າຍ ໃຫ້ຂາວແຈ້ງດັ່ງນົກຍາງ” ພວກເຮົາຮູ້ແລ້ວວ່າ ຢູ່ໃນວັນນະຄະດີທີ່ອຸດົມສົມບູນຂອງຊາດເຮົາ ບັນຫາຄໍາສຸພາສິດ, ຄໍາຜະຫຍາກາບ ກອນ ລ້ວນແລ້ວແຕ່ແມ່ນຄໍາເວົ້າທີ່ຈົບງາມ…

ເຊັນສັນຍາຊອກຄົ້ນ ແລະ ສຳຫລວດຫີນກຣານິດຢູ່ເມືອງວຽງທອງ

ເຊັນສັນຍາວ່າດ້ວຍການຊອກຄົ້ນ ແລະ ສຳຫລວດຫີນກຣານິດ ຢູ່ບ້ານຄອນຕ່າວ ເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນວັນທີ 29 ພຶດສະພາ 2020 ຢູ່ແຂວງດັ່ງກ່າວ ລະຫວ່າງພະແນກແຜນການ ແລະ ການລົງທຶນແຂວງບໍລິຄຳໄຊ ແລະ ບໍລິສັດ ຄຳປະສົງ ການຄ້າ ຈຳກັດຜູ້ດຽວ, ໂດຍການເຂົ້າຮ່ວມຂອງທ່ານ…

ການຄ້າແຂວງຜົ້ງສາລີທຳລາຍສິນຄ້າຜິດກົດໝາຍ

ໃນຕອນແລງຂອງວັນທີ 28 ພຶດສະພາ 2020 ຢູ່ພະແນກອຸດສາຫະກຳ ແລະ ການຄ້າແຂວງຜົ້ງສາລີ ໄດ້ສົມທົບກັບ ຫ້ອງການອຸດສາຫະກຳ ແລະ ການຄ້າແຂວງ ໄດ້ຈທຳລາຍສິນຄ້າໝົດອາຍຸ, ສິນຄ້າລອກຮຽນແບບ ແລະ ສິນຄ້າຜິດໝົດກາຍ ໂດຍການເຂົ້າຮ່ວມຂອງທ່ານ ທະນູຄຳ ປິດຈະວົງ ຫົວໜ້າພະແນກອຸດສາຫະກຳ ແລະ…

ການນຳແຂວງຈໍາປາສັກປູກຕົ້ນໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມີຖຸນາ

ວັນທີ 30 ພຶດສະພາ 2020, ການນໍາແຂວງຈໍາປາສັກໄດ້ຮ່ວມປູກຕົ້ນໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມີຖຸນາ ໂດຍການເຂົ້າຮ່ວມຂອງທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ, ມີຄະນະປະຈໍາພັກແຂວງ, ການນໍາພະແນກການກ່ຽວຂ້ອງ, ພາກສ່ວນທຸລະກິດ ພ້ອມດ້ວຍພະນັກງານ-ລັດຖະກອນພາຍໃນຫ້ອງວ່າການແຂວງເຂົ້າຮ່ວມ. ພິທີປູກຕົ້ນໄມ້ຄັ້ງນີ້ຈັດຂຶ້ນຢູ່ບໍລິເວນເຮືອນພັກການນໍາ (ຫຼັກ4) ໂດຍຕົ້ນໄມ້ທີ່ນໍາມາປູກມີຕົ້ນຄູນ,…

ປີນີ້ ແຂວງເຊກອງ ຈະປູກໄມ້ໃຫ້ໄດ້ 458 ເຮັກຕາ

ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນານີ້ ໃຫ້ເປັນຂະບວນຟົດຟື້ນ ແລະ ແຂວງເຊກອງໄດ້ວາງຄາດຫມາຍໄວ້ວ່າ ຈະສູ້ຊົນປູກໄມ້ໃຫ້ໄດ້ທັງໝົດ 458 ເຮັກຕາ ໂດຍເບື້ອງຕົ້ນຈະສົມທົບກັບເມືອງລະມາມ ຈັດພິທີປູກໄມ້ ຢູ່ທີ່ປ່າສະຫງວນແຫລ່ງທ່ອງທ່ຽວທໍາມະຊາດຕາດແຝກ ເຂດບ້ານດ່ານ ເມືອງລະມາມ ໃນມື້ວັນທີ 1 ມິຖຸນານີ້, ສ່ວນບັນດາເມືອງອື່ນໆ ກໍຄືຫ້ອງການກະສິກໍາ…

ຊ່ຽວຊານຈີນມາຊ່ວຍລາວຕ້ານ COVID-19 ເວົ້າວ່າບໍ່ຄວນຖືເບົາຕໍ່ການປ້ອງກັນພະຍາດນີ້

ຄະນະຊ່ຽວຊານແພດຫມໍ ສປ ຈີນ ທີ່ມາຊ່ວຍເຫລືອລາວເຮົາຕ້ານພະຍາດໂຄວິດ-19 ເວົ້າວ່າ: ຖ້າເຮົາບໍ່ພ້ອມໃຈກັນປະຕິບັດມາດຕະການປ້ອງກັນຕົນເອງຢ່າງເຄັ່ງຂັດ ລາວກໍຈະບໍ່ມີຄວາມປອດໄພຈາກເຊື້ອພະຍາດຮ້າຍແຮງນີ້ເຫມືອນດັ່ງກັນກັບຫລາຍປະເທດໃນເຂດເອີຣົບ ແລະ ອາເມລິກາ ເພາະວ່າໂຮງໝໍ, ອຸປະກອນການແພດ ແລະ ບຸກຄະລາກອນເຮົາມີບໍ່ພຽງພໍທີ່ຈະຮັບມືກັບການລະບາດຂອງພະຍາດດັ່ງກ່າວໄດ້ຢ່າງແນ່ນອນ, ປົວຜູ້ຫນຶ່ງ ຍັງຜູ້ຫນຶ່ງ ລອງຄິດເບິ່ງນໍາກັນວ່າ: ເຄື່ອງຊ່ວຍຫາຍໃຈເຮົາມີຈັກເຄື່ອງ ? ໂຮງໝໍເຮົາມີຈັກຫ້ອງນອນ ?…

ໝໍອິຕາລີ ‘ປູກຖ່າຍປອດ’ ຊ່ວຍຜູ້ຕິດເຊື້ອ ລອດຊີວິດຈາກໂຄວິດ-19

     “ໝໍອິຕາລີ” ປູກຖ່າຍປອດ ຊ່ວຍຜູ້ຕິດເຊື້ອລອດຕາຍຈາກໂຄວິດ-19 ໄດ້ປະຕິຫານ. ສຳນັກຂ່າວຊິນຮົວລາຍງານວ່າ: ໂຮງໝໍໂພລິຄລີນິໂຄ ໃນເມືອງມິລານ ທາງຕອນເໜືອຂອງອິຕາລີ ປະກາດຜົນສຳເລັດໃນການຜ່າຕັດປູກຖ່າຍປອດທັງສອງເບື້ອງ ເພື່ອຊ່ວຍຊີວິດຊາຍໜຸ່ມທີ່ປອດຖືກທຳລາຍຈາກພະຍາດຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19). ທີມແພດຈາກໂຮງໝໍໂພລິຄລີນິໂຄ ເປີດເຜີຍວ່າ: ຜູ້ຕິດເຊື້ອຄົນນີ້ ອາຍຸຮອດ 18 ປີ ໄດ້ພຽງສອງອາທິດ ກ່ອນເກີດການລະບາດຂອງໂຄວິດ-19…