ບໍ່​ຕາຍ​ຍ້ອນ​ໄວຣັດ ​ແຕ່​ພັດ​ເສຍ​ຊີວິດ​ຍ້ອນ​ອຸປະຕິ​ເຫດ

ໂດຍ: ທິດ​ກໍ່າ ​ແຫ​ລ່ງຂ່າວ​ຈາກ​ກົມ​ຕຳຫລວດ​ຈະລາຈອນ ​ໃຫ້​ຮູ້​ວ່າ: ​ໃນ​ເດືອນ​ພຶດສະພາ 2020 ຜ່ານ​ມາ, ພຽງ​ເດືອນ​ດຽວ​ມີ​ຄົນ​ຕາຍ​ຍ້ອນ​ອຸປະຕິ​ເຫດ​ເຖິງ 46 ຄົນ. ນັ້ນກໍ​ໝາຍ​ຄວາມ​ວ່າ: ຖ້າ​ພວກ​ເຮົາ​ມາບ​ວກລົບ​ຄູນ​ຫານ​ສະ​ເລ່ຍ​ໃສ່​ໃນ​ປີ​ໜຶ່ງໆ​ກໍ​ອາດ​ມີ​ເຖິງ 400 ຫາ 500 ກວ່າ​ຄົນ​ຕໍ່​ປີ. ນີ້​ກໍ​ຖື​ວ່າ​ມັນ​ເປັນ​ໄພ​ອັນຕະລາຍ​ຮ້າຍ​ກາດ​ຊະນິດ​ໜຶ່ງ​ທີ່​ມາ​ທຳລາຍ​ເຜົາ​ຜານ​ຊີວິດ​ອິນ​ຊີ​ຂອງ​ຄົນ​ລາວ​ເຮົາ​ເໝືອນ​ດັ່ງ​ມັດຈຸລາດ​ທີ່​ຄອບ​ງຳ​ຕາມ​ຕົວ​ໃນ​ແຕ່​ລະ​ວັນ, ​ແຕ່ລະ​ເດືອນ ​ແລະ ​ໃນ​ແຕ່ລະ​ປີ​ຢ່າງ​ບໍ່​ລົດ​ລະ….

ຫລາຍບໍລິສັດເດີນໜ້າຖອນໂຄສະນາ Facebook ‘ຢຸດຄວາມກຽດຊັງເພື່ອກຳໄລ’

      ຜູ້​ສ້າງ​ໂຄງການ “ຢຸດ​ຄວາມ​ກຽດ​ຊັງ​ເພື່ອ​ກຳ​ໄລ​” (#StopHateforProfit) ກຽມ​ຍົກ​ລະດັບ​ການ​ປຸກລະດົມ​ຫວັງ​ເພີ່ມ​ແຮງ​ກົດ​ດັນ​ຕໍ່​ເຟສບຸກ (Facebook) ​ໃຫ້​ເອົາ​ຂໍ້ຄວາມ​ສ້າງ​ຄວາມ​ກຽດ​ຊັງ​ອອກ. ຈິ​ມ ສະ​ເຕ​ເຍີ ປະທານ​ຄະນະ​ເຈົ້າໜ້າ​ທີ່​ບໍລິຫານຄອມ​ມອນ​ເຊ​ນ ມີ​ເດຍ ຜູ້​ຮ່ວມ​ສ້າງ​ໂຄງການ ຢຸດ​ຄວາມ​ກຽດ​ຊັງ​ເພື່ອ​ກຳ​ໄລ (#StopHateforProfit) ​ກ່າວ​ຕໍ່​ສຳນັກ​ຂ່າວຣອຍ​ເຕີ​ວ່າ: ຄະນະ​ຜູ້​ຈັດ​ກຽມ​ຮຽກຮ້ອງ​ບໍລິສັດ​ໃນ​ເອີຣົບ​ໃຫ້​ຮ່ວມ​ປຸກລະດົມ​ໂຄງການ​ນີ້. ນັບ​ແຕ່ #StopHateforProfit ​ເປີດ​ຕົວ​ມາ​ເມື່ອ​ບໍ່​ດົນ​ມາ​ນີ້ ມີ​ບໍລິສັດ​ເຂົ້າຮ່ວມ​ແລ້ວ​ຫລາຍ​ກວ່າ…

ຈົ່ງຕັ້ງສະຕິ..! ເຢີເກນຄ໋ອບ ຂໍຮ້ອງແຟນຫົງຢ່າຟ້າວມາລວມຕົວກັນສະຫຼອງເເຊ້ມຊ່ວງນີ້

ເຢີເກນ ຄ໋ອບ ຄູຝຶກຫົງແດງລີເວີ້ພລູ ໄດ້ອອກມາຂໍຮ້ອງແຟນບານຂອງທີມຕົນ ຢ່າຟ້າວອອກມາລວມຕົວກັນສະຫຼອງເເຊ້ມພຣີເມຍລີກອັງກິດໃນຊ່ວງເວລານີ້ຫຼັງຈາກທີ່ແຟນບານຫົງແດງບາງກຸ່ມສ້າງປັນຫາກໍ່ເຫດວຸ້ນວາຍພາຍໃນເມືອງຈົນເຖີງຂັ້ນເກີດອັກຄີໄພ.

ຈະສ້າງຫ້ອງກວດສອບຄຸນນະພາບສະບຽງອາຫານ ແລະ ເຄື່ອງດື່ມທີ່ນໍາເຂົ້າ, ຜະລິດ-ຈຳໜ່າຍຢູ່ລາວ

ສູນຢັ້ງຢືນມາດຕະຖານ ແລະ ກວດກາຄຸນນະພາບແຫ່ງຊາດ ກົມມາດຕະຖານ ແລະ ວັດແທກ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ລົງນາມເຊັນສັນຍາກັບບໍລິສັດ ເທັກຟູດ ຈຳກັດຜູ້ດຽວ ໃນການກໍ່ສ້າງຫ້ອງກວດສອບຄຸນນະພາບສະບຽງອາຫານ ແລະ ເຄື່ອງດື່ມທີ່ນໍາເຂົ້າ, ຜະລິດ ແລະ ຈຳໜ່າຍຢູ່ ສປປ ລາວ….

ໃນວັນທີ 30 ມິຖຸນາ 2020 ສປປ ລາວ ຍັງບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນໃໝ່

ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຢືນຢັນໃນວັນທີ 30 ມິຖຸນາ 2020 ນີ້ວ່າ: ມາຮອດປັດຈຸບັນ ສປປ ລາວ ຍັງບໍ່ພົບກໍລະນີຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນໃໝ່ ນັບເປັນເວລາ 79 ມື້ແລ້ວ ຢ່າງໃດກໍ່ຕາມຮຽກຮ້ອງໃຫ້ປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ…

ສ້າງຂີດຄວາມສາມາດການວາງແຜນທຸລະກິດ ແລະ ການບໍລິຫານການເງີນໃຫ້ແກ່ຫົວຫນ່ວຍທຸລະກິດຊາ ເມືອງຜົ້ງສາລີ

ເພື່ອສ້າງຂີດຄວາມສາມາດໃຫ້ກັບບັນດາຫົວຫນ່ວຍໂຮງງານປຸງແຕ່ງຊາ, ກຸ່ມປຸງແຕ່ງຊາຂອງບ້ານ, ພະນັກງານຂະແຫນງການອຸດສາຫະກຳ-ການຄ້າ ພາຍໃນເມືອງຜົ້ງສາລີ ແລະ ຂັ້ນແຂວງ ໃນການວາງແຜນທຸລະກິດ ແລະ ການບໍລິຫານການເງີນ ໃຫ້ເຂັ້ມແຂງຂື້ນກວ່າເກົ່ານັ້ນ. ໃນຕອນເຊົ້າຂອງວັນທີ 30 ມິຖຸນານີ້, ພະແນກອຸດສາຫະກຳ ແລະ ການຄ້າແຂວງຜົ້ງສາລີ ຮ່ວມກັບ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນເພື່ອສົ່ງອອກຢູ່ 3 ແຂວງພາກເຫນືອຂອງ…

ໂຄວິດ-19 ລະບາດ ປະຊາຊົນລາວຈະວ່າງງານຫລາຍຂຶ້ນ ແລະ 1 ແສນກວ່າຄົນຈະກາຍເປັນຜູ້ທຸກຍາກຕື່ມອີກ

ໃນວັນທີ 30 ມິຖຸນາ 2020 ກົມພັດທະນາຊົນນະບົດ ແລະ ສະຫະກອນ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການຮັບມືຜົນກະທົບຂອງພະຍາດໂຄວິດ-19 ຕໍ່ຄວາມທຸກຍາກຢູ່ຊົນນະບົດ ໂດຍການເຂົ້າຮ່ວມຂອງທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ມີທ່ານ ຈິດ ທະວີໄສ ຜູ້ອຳນວຍການກອງທຶນຫລຸດຜ່ອນຄວາມທຸກຍາກ ກະຊວງກະສິກຳ…

ກົດໝາຍພາສີ ເປັນເຄື່ອງມືສຳຄັນເພື່ອຄຸ້ມຄອງລາຍຮັບງົບປະມານແຫ່ງລັດ

ພາຍຫລັງ ທີ່ໄດ້ຮັບການປັບປຸງ ແລະ ນຳໃຊ້ ກົດໝາຍພາສີ ນັບແຕ່ປີ 2014, ມາຮອດປັດຈຸບັນ ເຫັນວ່າເປັນເຄື່ອງມືສຳຄັນໃນການຄຸ້ມຄອງວຽກງານ ພາສີ ແລະ ການເກັບລາຍຮັບເຂົ້າງົບປະມານ ແຫ່ງລັດ ເຮັດໃຫ້ການເກັບລາຍຮັບເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ຕອບສະໜອງທຶນຮອນເຂົ້າໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ເພີ່ມຂຶ້ນຢ່າງຕໍ່ເນື່ອງໃນແຕ່ລະໄລຍະ. ທັງສາມາດດຶງດູດການລົງທຶນ,…