ທຣຳ ຢືນຢັນຜົນກວດໂຄວິດ-19 ເປັນບວກ

ປະທານາທິບໍດີ ​ໂດ​ນັລ ທຣຳ ຂອງ​ອາ​ເມ​ລິ​ກາ ​ໂພສຂໍ້ຄວາມ​ໃນ​ທະວິ​ດ​ເຕີ ຢືນຢັນ​ວ່າ: ທ່ານ ​ແລະ ນາງ ​ເມ​ລາ​ເນຍ ທຣຳ ພັນ​ລະ​ຍາ ມີ​ຜົນ​ກວດ​ເຊື້ອ​ໂຄ​ວິດ-19 ​ເປັນ​ບວກ ​ໂດຍ​ທັງ​ສອງ​ຈະ​ກັກ​ຕົນ​ເອງ ​ແລະ ປິ່ນປົວ​ຕໍ່​ໄປ. ກ່ອນ​ໜ້າ​ນີ້​ບໍ່​ດົນ, ສຳນັກ​ຂ່າວຣອຍ​ເຕີ ລາຍ​ງານ​ວ່າ:…

“ຄົນທຸກ” ໃນອາຊີກັບມາເພີ່ມຂຶ້ນອີກໃນຮອບ 20 ປີ ຫລັງ COVID-19 ທຳລາຍເສດຖະກິດ

ທະນາຄານ​ໂລກ (World Bank) ​ເປີດ​ເຜີຍ​ຂໍ້​ມູນ​ຈຳນວນ​ປະຊາກອນກ້ອງ​ເສັ້ນຄວາມທຸກ​ຍາກ​ຂອງ​ພາກພື້ນອາຊີ-ປາຊີ​ຟິກອາດ​ກັບ​ມາ​ເພີ່ມ​ຂຶ້ນອີກ​ໃນ​ຮອບ 20 ປີ ຫລັງ​ຈາກ COVID-19 ທຳລາຍ​ເສດຖະກິດ​ຈົນ “ຄົນ​ທຸກ” ​ເພີ່ມ​ຂຶ້ນ​ເປັນ 38 ລ້ານ​ຄົນ ​ໃນ​ພາກພື້ນນີ້​ ມີ​ພຽງ “ສປ ຈີນ” ທີ່​ຍັງ​ລອດ. ທະນາຄານ​ໂລກ ປະ​ເມີນ​ການ​ຂະຫຍາຍຕົວ​ທາງ​ເສດຖະກິດ​ຂອງ​ພາກພື້ນອາຊີ-ປາຊີ​ຟິກປີ​ນີ້​ຈະ​ເຕີບ​ໃຫຍ່​ພຽງ…

ລາວ-ຫວຽດນາມ ຮ່ວມສ້າງຍຸດທະສາດການຮ່ວມມື 10 ປີ ໄລຍະ 2021-2030

ໃນວັນທີ 29 ກັນຍາ ຫາ ວັນ​ທີ 1 ຕຸລານີ້, ສອງຄະນະກຳມະການຮ່ວມມືລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ໄດ້ພົບປະເຮັດວຽກຮ່ວມກັນຢູ່ ທີ່ດ່ານສາກົນແດນສະຫວັນ-ລາວບາວ ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ສະ​ຫາຍ ຄໍາເຜີຍ ແກ້ວກິນນາລີ, ຮອງປະທານຜູ້ປະຈຳການຄະນະກຳມະການຮ່ວມມືລາວ-ຫວຽດນາມ ແລະ ​ສະ​ຫາຍ ຫງວຽນ…

ປາກົດການຫຍໍ້ທໍ້ໃນນະຄອນຫລວງວຽງຈັນຫລຸດລົງ

​ປກສ ນະຄອນ​ຫລວງ​ວຽງ​ຈັນ ​​ໃຫ້​ຮູ້​ວ່າ: ​ໃນ​ເດືອນ​ກັນຍານີ້ ທົ່ວ​ນະຄອນຫລວງມີ​ຄະດີ​ເກີດ​ຂຶ້ນທັງ​ໝົດ 161 ​ເລື່ອງ, ​ໃນ​ນັ້ນ ບໍ່​ລວມສະພາບ​ໄຟ​ໄໝ້, ອຸປະຕິ​ເຫດ ​ແລະ ຄົນ​ເສຍ​ຊີວິດ. ​ເມື່ອ​ທຽບ​ໃສ່​ເດືອນ​ຜ່ານ​ມາ​ຫລຸດ​ລົງ 25 ​ເລື່ອງ, ສ້າງ​ຄວາມ​ເສຍ​ຫາຍ​ຫລາຍ​ກວ່າ 129 ລ້ານ​ກວ່າ​ກີບ, ລົດຈັກ 58…

ກອງປະຊຸມທາງໄກ ລັດຖະມົນຕີຕ່າງປະເທດ ອາຊຽນ ສາມຝ່າຍ ແບບເປີດກວ້າງ ຮ່ວມກັບ ລັດຖະມົນຕີຕ່າງປະເທດ ອັງກິດ ວ່າດ້ວຍບັນຫາ ໂຄວິດ-19

ບ່າຍຂອງ​ວັນ​ທີ 30 ກັນຍານີ້ ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນເຂົ້າຮ່ວມກອງປະຊຸມທາງໄກ ລັດຖະມົນຕີຕ່າງປະເທດອາຊຽນສາມຝ່າຍ ແບບເປີດກວ້າງ ຮ່ວມກັບລັດຖະມົນຕີຕ່າງປະເທດ ອັງກິດ ວ່າດ້ວຍບັນຫາໂຄວິດ-19 (ASEAN Foreign Ministers’…

ກອງປະຊຸມດ້ານວິຊາການຮ່ວມ ຄັ້ງທີ 4 ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ

ເມື່ອບໍ່ດົນມານີ້, ສະຫະພາບເອີຣົບ (EU) ແລະ ສປປ ລາວ ໄດ້ຈັດກອງປະຊຸມທາງໄກ ດ້ານວິຊາການຮ່ວມ (JEM) ຄັ້ງທີ 4 ກ່ຽວກັບຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມການຄ້າໄມ້ແບບສະໝັກໃຈ (VPA) ໃນແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (FLEGT) ໂດຍມີບັນດາກະຊວງທີ່ກ່ຽວຂ້ອງ ແລະ…

ອາກເມນີ ແລະ ອາແຊກໄບຊານ ບໍ່ສົນໃຈກັບມະຕິຂອງ UN,ເດີນໜ້າຖະຫຼົ່ມກັນຢ່າງດຸເດືອດ

ລາຍງານຂ່າວຈາກຕ່າງປະເທດ ເມື່ອວັນທີ 30 ກັນຍານີ້ວ່າ: ສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ຊຶ່ງລວມມີສະມາຊິກ 15 ປະເທດ ໄດ້ມີມະຕິເປັນເອກະສັນກັນໃນກອງປະຊຸມສຸກເສີນ ເມື່ອວັນທີ 29 ກັນຍາຜ່ານມາວ່າ ໃຫ້ທັງສອງຝ່າຍຢຸດສູ້ຮົບກັນ, ໃຫ້ສອງປະເທດຫັນໜ້າເຂົ້າໂຕະເຈລະຈາກັນໂດຍບໍ່ມີເງື່ອນໄຂໃດໆ, ພ້ອມທັງໄດ້ສະແດງຄວາມເສຍໃຈຢ່າງເລິກເຊິ່ງຕໍ່ຄອບຄົວຂອງຜູ້ເສຍຊີວິດໃນການສູ້ຮົບກັນໃນຄັ້ງນີ້, ຊຶ່ງແຫຼ່ງຂ່າວບໍ່ເປັນທາງການໃຫ້ຮູ້ວ່າ ມາຮອດປັດຈຸບັນມີຜູ້ເສຍຊີວິດແລ້ວປະມານ 100 ຄົນ. ປະທານປະເທດ…

ອອສເຕຣເລຍ ຜະລິດ ສະເປ  ພົ່ນດັງ ຂ້າເຊື້ອໄວຣັດໂຄວິດ-19

ລາຍງານຕ່າງປະເທດ ວັນທີ 1 ຕຸລານີ້ ໃຫ້ຮູ້ວ່າ: ບໍລິສັດຢາ ອອສເຕຣເລຍ ໄດ້ເປີດເຜີຍວ່າ ການທົດລອງສະເປພົ່ນດັງຕ້ານໂຄວິດ-19  ໄດ້ຜົນເຖິງ 96%. ຈຸດປະກາຍຄວາມຫວັງເລື່ອງທາງເລືອກໃໝ່ໃນການຕໍ່ສູ້ກັບໄວຣັດ ມໍລະນະຕົວນີ້. Ena Respiratory ບໍລິສັດເທັກໂນໂລຊີ ຊີວະພາບຂອງ ອອສເຕຣເລຍ ອອກມາມາລະບຸວ່າ ສະເປພົ່ນດັງ…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!