ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຮຽກຮ້ອງສັກວັກຊີນໃຫ້ປະຊາຊົນ ນັບແຕ່ອາທິດນີ້ເປັນຕົ້ນໄປ.

ຂ່າວຕ່າງປະເທດ ຈາກຫວຽດນາມ ລາຍງານເມື່ອວັນທີ 2 ມີນານີ້ ໃຫ້ຮູ້ວ່າ ການລະບາດຂອງໂຄວິດ-19 ຄັ້ງທີ 3 ໄດ້ສົ່ງຜົນກະທົບຕໍ່ຂົງເຂດເສດຖະກິດຕົ້ນຕໍຂອງປະເທດເຊັ່ນ: ຮາຍເຢືອງ, ຮາຍຟອງ, ກວາງນິງ ແລະ ຮ່າໂນ້ຍ. ແຕ່ໂດຍມີມາດຕະການທີ່ເຂັ້ມງວດຫຼາຍຢ່າງ, ມາເຖິງປັດຈຸບັນ ໂດຍພື້ນຖານແລ້ວ ແມ່ນພວກເຮົາສາມາດຄວບຄຸມສະຖານະການການລະບາດໄວ້ໄດ້, ເວັ້ນເສຍເມືອງ…

VinFast ລົດຫວຽດນາມ ວາງແຜນເປີດໂຮງງານຢູ່ອາເມລິກາ ລຸຍຕະຫລາດລົດໄຟຟ້າລະດັບໂລກ

ຄ້າຍ​ລົດ​ຫວຽດນາມ VinFast ວາງ​ແຜນ​ເປີດ​ໂຮງງານ​ຢູ່​ອາ​ເມ​ລິ​ກາ ລຸຍ​ຕະຫລາດ​ລົດຍົນ​ໄຟຟ້າ ຫວັງ​ຄອງ​ສ່ວນ​ແບ່ງ​ລົດຍົນ​ໄຟຟ້າ​ລະດັບ​ໂລກ ພ້ອມ​ພັດທະນາ​ຍານພາຫະນະ​ພະລັງງານ​ໄຟຟ້າ​ໃຫ້​ເຂົ້າ​ເຖິງ​ທຸກ​ກຸ່ມ ທັງ​ຢູ່​ຫວຽດນາມ ​ແລະ ຕະຫລາດ​ຕ່າງປະ​ເທດ. ວັນ​ທີ 2 ມີນາ 2021, ​ເວັບ​ໄຊ Bloomberg ລາຍ​ງານ​ວ່າ: ບໍລິສັດ VinFast ຜູ້ຜະລິດ​ລົດຍົນ​ໄຟຟ້າ​ສັນຊາດ​ຫວຽດນາມ ວາງ​ແຜນ​ເປີດ​ໂຮງງານ​ຜະລິດ​ລົດຍົນ​ໄຟຟ້າ​ຢູ່​ອາ​ເມ​ລິ​ກາ…

ຮູ້ແລ້ວ! ຄູໃນຄລິບ

______ ວັນທີ 2 ກຸມພາ 2021 ສື່ສັງຄົມອອນລາຍໄດ້ເຜີຍແຜ່ຄລິບສາວຄູສະແດງພຶດຕິກໍາບໍ່ເໝາະສົມຕໍ່ເດັກນັກຮຽນ ໂດຍການການຈັບແຂນຫິ້ວລາກ, ແກ້ໂສ້ງນັກຮຽນ ແລະ ຫວ່ານເຂົ້າໜົມລົງພື້ນໃຫ້ນັກຮຽນເກັບກິນ ຄ້າຍໆກັບການເກືອເຂົ້າເປັດ-ໄກ່ ເຮັດໃຫ້ສັງຄົມວິພາກວິຈານໄປຕ່າງໆນານາ. ຄລິບດັ່ງກ່າວນີ້ແມ່ນເກີດຂຶ້ນຢູ່ໂຮງຮຽນ ລ້ຽງເດັກ, ອະນຸບານ-ປະຖົມ ເມລີສະຫວັນ ຢູ່ ເມືອງຊຳເໜືອ ແຂວງຫົວພັນ. ຕໍ່ກັບເຫດການດັ່ງກ່າວນັ້ນ…

ມອບ-ຮັບໜ້າທີ່ຫົວໜ້າຫ້ອງວ່າການແຂວງຊຽງຂວາງຜູ້ໃໝ່

ແຫລ່ງຂ່າວຈາກແຂວງຊຽງຂວາງ ໃຫ້ຮູ້ວ່າ: ພິທີມອບ-ຮັບໜ້າທີ່ລະຫວ່າງ ທ່ານ ຄຳພູ ຈັນທະວົງ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງຜູ້ເກົ່າ ອອກພັກການ-ຮັບອຸດໜູນບຳນານ ແລະ ທ່ານ ສົມພອນ ສີອາໄພ ກຳມະການພັກແຂວງ ເປັນຫົວໜ້າຫ້ອງວ່າການແຂວງຊຽງຂວາງ ຄົນໃໝ່ ໄດ້ຈັດຂຶ້ນໃນ ໃນວັນທີ 1 ມີນາ…

ເປີດເຜີຍຄວາມລັບ ຜົວ-ເມຍ ທຣຳ ລັກສັກວັກຊີນກ່ອນ ແຕ່ເມື່ອຍັງຢູ່ໃນຕຳແໜ່ງ

ຂ່າວຕ່າງປະເທດ ລາຍງານເມື່ອວັນທີ 2 ມີນານີ້ ໃຫ້ຮູ້ວ່າ ອະດີດປະທານາທິບໍດີ ໂດນັລທຣຳ ພ້ອມກັບພັນລະຍາຂອງເຂົາ ເມລາເນຍ ຮັບຮັບການສັກວັກຊີນລະຫວ່າງເດືອນມັງກອນ ກ່ອນທີ່ຈະຍ້າຍອອກຈາກທຳນຽບຂາວໄປ. ຂ່າວດັ່ງກ່າວຖືກເປີດເຜີຍໂດຍທີ່ປຶກສາຂອງທຣຳ ໃຫ້ກັບໜັງສືພິມ New York Times ເມື່ອວັນທີ 1 ມີນານີ້. ໜັງສືພິມດັ່ງກ່າວ…

ມະຫາເຈົ້າຊີວິດ ແອຟຣິກກາ ຊື້ລົດ Rolls Royces ເປັນຂອງຂວັນໃຫ້ພັນລະຍາ

ຂ່າວຕ່າງປະເທດລາຍງານເມື່ອວັນທີ 2 ມີນານີ້ ໃຫ້ຮູ້ວ່າ ມະຫາເຈົ້າຊີວິດ Mswati III ຂອງລັດ Eswatini ຊຶ່ງເປັນລັດນ້ອຍກວ່າ 70% ຂອງພົນລະເມືອງໃນຊົນນະບົດ, ໄດ້ຊື້ລົດ ຫຼູ Rolls-Royce ພາບດຽວ 19 ຄັນ ທີ່ມີລາຄາແພງສຸດ ຈົນກາຍເປັນຄວາມສົນໃຈຂອງສັງຄົມ. ເຈົ້າຊີວິດ…

ຝຣັ່ງອະນຸມັດໃຫ້ສັກວັກຊີນ AstraZeneca ໃຫ້ປະຊາຊົນອາຍຸ 65-74 ປີໄດ້ແລ້ວ

ລັດຖະບານ​ຝຣັ່ງປະກາດ​ວ່າ: ກຸ່ມ​ຄົນ​ອາຍຸ 65 ປີ​ຂຶ້ນ​ໄປ ​ແຕ່​ບໍ່​ເກີນ 74 ປີ ທີ່​ມີ​ບັນຫາ​ສຸຂະພາບ ຫລື ພະຍາດ​ປະຈຳ​ຕົວ​ມາ​ກ່ອນ ສາມາດ​ຮັບ​ວັກ​ຊີ​ນ​ໂຄ​ວິດ-19 ຂອງ AstraZeneca ​ໄດ້​ແລ້ວ ​ເຊິ່ງ​ເປັນ​ການ​ກັບ​ທ່າ​ທີ​ຈາກ​ເກົ່າ​ທີ່​ຈຳກັດບໍ່ໃຫ້ກຸ່ມຄົນ​ສູ​ງອາຍຸ​ສັກ​ວັກ​ຊີ​ນດັ່ງກ່າວ ​​ເນື່ອງ​ຈາກ​ກ່ອນ​ໜ້າ​ນີ້ ທາງ​ການ​ມີ​ຄວາມ​ກັງວົນ​ກ່ຽວ​ກັບ​ຂໍ້​ມູນ​ດ້ານ​ປະສິດທິພາບ​ທີ່​ບໍ່​ພຽງພໍ. ທ່ານ ​ໂອ​ລິ​ວິ​ເຍ ​ເວີຣານ…

ສານສັ່ງຈຳຄຸກອະດີດປະທານາທິບໍດີຝຣັ່ງ ຂໍ້ຫາສໍ້ລາດບັງຫລວງ

ອະດີດ​ປະທານາທິບໍດີ ນິ​ໂກ​ລາສ ຊາ​ໂກ​ຊີ ຂອງຝຣັ່ງ ຖືກ​ສັ່ງ​ຈຳ​ຄຸກ 3 ປີ​ໃນ​ຂໍ້​ຫາສໍ້​ລາດ​ບັງ​ຫລວງ, ​ແຕ່​ໂທດ​ຈຳ​ຄຸກ 2 ຈາກ 3 ປີ​ດັ່ງກ່າວ​ນັ້ນ​ໃຫ້ລໍ​ລົງ​ອາຍາ ​ໂດຍ​ທ່ານ​ຖືກ​ຕັດສິນ​ວ່າ​ພະຍາຍາມ​ຕິດ​ສິນ​ບົນ​ຜູ້​ພິພາກສາ​ເມື່ອ​ປີ 2014 ຫລັງ​ພົ້ນຈາກ​ຕຳ​ແໜ່​ງ. ​ໂດຍ​ຄະດີ​ຕິດ​ສິນ​ບົນ​ດັ່ງກ່າວ​ເກີດ​ຈາກ​ການ​ທີ່​ຕຳຫລວດ​ສາມາດ​ບັນທຶກ​ການ​ສົນທະນາ​ລະຫວ່າງ​ທ່ານ ຊາ​ໂກ​ຊີ ກັບທ່ານ ​ເທີຍຣີ ​ເຮີ​ຊອກ…

ວາງສີລາລຶກໂຄງການກໍ່ສ້າງໂຮງໝໍແຂວງໄຊສົມບູນ

ພິທີວາງສີລາລຶກໂຄງການກໍ່ສ້າງໂຮງໝໍແຂວງໄຊສົມບູນ ໄດ້ຈັດຂຶ້ນໃນທ້າຍ​ອາທິດ​ຜ່ານ​ມາ ທີ່ີເດີ່ນໂຮງໝໍແຂວງ ໂດຍການເຂົ້າຮ່ວມຂອງທ່ານ ຕົ່ງມົວ ຊົວໂກ້ ຮອງເຈົ້າແຂວງໄຊສົມບູນ, ທ່ານ ເລັ່ງຊົ່ງ ຕົ່ງສີ ປະທານແນວລາວສ້າງຊາດແຂວງ, ທ່ານ ດຣ ຢ່າງຮື ຊາວາ ອຳນວຍການໂຮງໝໍແຂວງ, ທ່ານ ຫງວຽນ ວັນເຫືອງ ຮອງຜູ້ອຳນວຍການບໍລິສັດກໍ່ສ້າງ…

ສຳເລັດການຍົກລະດັບຄວາມຮູ້ ຫລັກສູດການດູແລເບິ່ງແຍງ ຜູ້ສູງອາຍຸ ລຸ້ນທີ I

ອົງການອາສາສະໝັກນາໆຊາດຍີ່ປຸ່ນ ປະຈຳລາວ (IV-JAPAN) ໄດ້ຈັດພິທີປິດຝຶກອົບຮົມການດູແລເບິ່ງແຍງຜູ້ສູງອາຍຸ ລຸ້ນທີ I ພາຍ​ໃຕ້ໂຄງການຝຶກອົບຮົມວິຊາຊີບ ການດູແລເບິ່ງແຍງຜູ້ສູງອາຍຸ ໃຫ້ຊາວໜຸ່ມ, ແມ່ຍິງ ແລະ ຜູ້ດ້ອຍໂອກາດ. ພິທີດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 26 ກຸມພາ 2021 ທີ່ສູນຝຶກອົບ ຮົມວິຊາຊີບ ເມືອງນາຊາຍທອງ…