ໂຄວິດ ເຮັດໃຫ້ຄົນເຮົາກາຍເປັນມະນຸດ “ໜ້າກາກ”
ໂດຍ: ລູກເມືອງພວນ ນັບແຕ່ມີການລະບາດຂອງໂຄວິດ-19 ສາຍພັນໃໝ່ມານີ້, ເຮັດໃຫ້ທຸກສິ່ງທຸກຢ່າງໄດ້ຮັບຜົນກະທົບໄປຕາມໆກັນໃນທົ່ວໂລກ, ເຮັດໃຫ້ທຸກສິ່ງຢ່າງທີ່ປົກກະຕິຂອງໂລກ ປ່ຽນແປງໄປ ແບບໜ້າມືເປັນຫຼັງມື, ແມ່ນແຕ່ແບບແຜນ, ວິຖີດຳລົງຊີວິດ ຂອງມວນມະນຸດກໍປ່ຽນແປງໄປຢ່າງແປກປະຫຼາດ. ເມື່ອກ່ອນໄປໃສມາໃສບໍ່ເຄີຍໃສ່ໜ້າກາກ, ຜ້າປິດປາກ-ປິດດັງ, ຢູ່ຮ່ວມກັນເປັນກຸ່ມ-ເປັນກ້ອນ, ມາບັດນີ້ກໍຕ້ອງແຍກກັນຢູ່, ໝູ່ຄູ່ທີ່ຮັກແພງກັນ ເຄີຍຢູ່ກິນນຳກັນ ມາບັດນີ້ກໍຫ່າງເຫີນກັນ, ຍາດພີ່ນ້ອງທີ່ເຄີຍໄປມາຫາສູ່ກັນ ມາບັດນີ້ກໍບໍ່ໄດ້ໄປມາກາສູ່ກັນ,…