ຜົນວິໄຈອາເມລິກາຊີ້ “ສັກວັກຊີນ” ປ້ອງກັນໂຄວິດໄດ້ດີກວ່າ “ເຄີຍຕິດເຊື້ອ”

ອາເມລິກາເປີດຜົນວິໄຈ ຊີ້ສັກວັກຊີນມີປະສິດທິພາບໃນການປ້ອງກັນພະຍາດໂຄວິດ-19 ຫລາຍກວ່າຜູ້ທີ່ເຄີຍຕິດເຊື້ອ ແລະ ຍັງບໍ່ໄດ້ສັກວັກຊີນ. ວັນທີ 30 ຕຸລາ 2021, ເວັບໄຊເດິນິວຢອກທາມເຜີຍແຜ່ຜົນການສຶກສາຈາກສູນຄວບຄຸມ ແລະ ປ້ອງກັນພະຍາດແຫ່ງອາເມລິກາ (CDC) ບົ່ງຊີ້ວ່າ: ຜູ້ທີ່ຍັງບໍ່ໄດ້ສັກວັກຊີນ ແລະ ເຄີຍຕິດເຊື້ອໂຄວິດ-19 ມີໂອກາດຈະຕິດເຊື້ອໄດ້ຫລາຍກວ່າ ຜູ້ທີ່ສັກວັກຊີນປ້ອງກັນໂຄວິດ-19 ຂອງໄຟເຊີ…

ຄັ້ງປະຫວັດການຕິດເຊື້ອສູງກວ່າໝູ່ຂອງ ສປປ ລາວ+858 ຄົນ ແມ່ນພົ້ນເດັ່ນໃນກຸ່ມຄົນຂັບລົດຂົນສົ່ງສິນຄ້າທາງໄກໄປຈຸດຊາຍແດນ ແລະ ໄປແຕ່ລະເມືອງ

ທ່ານ ດຣ ນາງບົວຜັນ ຄໍາພາພົງຜ່ານ ຮອງຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ລາຍງານວັນທີ 30 ຕຸລາ 2021 ນີ້ວ່າ: ມື້ວານນີ້ ວັນທີ 29 ຕຸລາ ແມ່ນມື້ໜຶ່ງທີ່ໄດ້ເກັບຕົວຢ່າງມາກວດຫລາຍທີ່ສຸດ ເກືອບ 7.200 ຕົວຢ່າງ…

ຄັງເງິນແຫ່ງຊາດລາວ-ຄັງເງິນແຫ່ງລັດຫວຽດນາມແລກປ່ຽນບົດຮຽນວິຊາສະເພາະ ແລະ ແຜນຮ່ວມມືໄລຍະ 5 ປີ

ວັນທີ 29 ຕຸລາ 2021 ທີ່ຄັງເງິນແຫ່ງຊາດ ກະຊວງການເງິນ ແລະ ຄັງເງິນແຫ່ງລັດ ສສ. ຫວຽດນາມ, ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນວຽກງານວິຊາສະເພາະ ແລະ ແຜນຮ່ວມມືໄລຍະ (2021-2025), ພ້ອມທັງ ມອບ-ຮັບອຸປະກອນໄອທີຜ່ານລະບົບກອງປະຊຸມທາງໄກ (Video Conference), ໂດຍການເປັນທານຂອງທ່ານ ໜູເສີຍ…

ຜູ້ບໍລິຫານຊາວເກົາຫລີອາຍຸ 17 ປີ ເຈົ້າຂອງທຸລະກິດທີ່ມີຍອດຂາຍ 1,2 ລ້ານໂດລາໃນປີດຽວ

ຈາກເດັກນ້ອຍທີ່ຖືກຂົ່ມເຫັງ ຕອນນີ້ກາຍເປັນຜູ້ບໍລິຫານອາຍຸ 17 ປີ ເຈົ້າຂອງຍີ່ຫໍ້ແຟຊັນຍອດຂາຍສູງເຖິງ 1,2 ລ້ານໂດລາໃນປີດຽວ ແລະ ທຸລະກິດສະມາດວອດອັກສອນເບວສຳລັບຜູ້ພິການທາງສາຍຕາກຳລັງໄປໄດ້ງົດງາມ. ທ້າວ Sukone Hong ເຈົ້າຂອງທຸລະກິດຊາວ ສ.ເກົາຫລີ ອາຍຸພຽງ 17 ປີ ຖືກເວົ້າເຖິງຕາມສື່ຕ່າງປະເທດຫລາຍສຳນັກເມື່ອຍີ່ຫໍ້ແຟຊັນຂອງລາວມີຍອດຂາຍສູງເຖິງ 1,2 ລ້ານໂດລາສະຫະລັດໃນປີນີ້…

ອິນໂດເນເຊຍຮຽກຮ້ອງໃຫ້ປະເທດຮັ່ງມີ ກະຈາຍວັກຊີນໃຫ້ປະເທດ ກຳລັງພັດທະນາຫລາຍຂຶ້ນ

ປະທານາທິບໍດີອິນໂດເນເຊຍ ໂຈໂກ້ ວິໂດໂດ ຮຽກຮ້ອງໃຫ້ປະເທດຮັ່ງມີກະຈາຍວັກຊີນເຂົ້າສູ່ປະເທດກຳລັງພັດທະນາຫລາຍກວ່ານີ້ ໜຶ່ງໃນນັ້ນຄືອະນຸຍາດໃຫ້ສ້າງຕັ້ງໂຮງງານໃນປະເທດກຳລັງພັດທະນາຫລາຍຂຶ້ນ ເພື່ອຫລຸດຕົ້ນທຶນການສັ່ງຊື້ຈາກປະເທດຕົ້ນທາງ. ວັນທີ 29 ຕຸລາ 2021, ສຳນັກຂ່າວບີບີີຊີລາຍງານການສຳພາດທ່ານ ໂຈໂກ້ ວິໂດໂດ ປະທານາທິບໍດີອິນໂດເນເຊຍ ເນື້ອໃນຫລັກສະແດງຄວາມຄິດເຫັນກ່ຽວກັບສະຖານະການຂາດເຂີນວັກຊີນໃນອິນໂດເນເຊຍ, ຂະນະທີ່ອັດຕາການຕິດເຊື້ອເພີ່ມສູງຂຶ້ນ ໂດຍຊີ້ໃສ່ປະເທດໂລກທີ 1 ເຊິ່ງກ່າວວ່າບໍ່ຄວນມີພຽງປະເທດສ່ວນໜ້ອຍທີ່ໄດ້ຮັບວັກຊີນກັນຖ້ວນໜ້າ, ຂະນະທີ່ປະເທດອື່ນໆໄດ້ຮັບແບ່ງປັນວັກຊີນພຽງເລັກໜ້ອຍ….

ກຳປູເຈຍອອກມາດຕະການຊ່ວຍເຫລືອໂຄວິດ ຂະຫຍາຍເວລາງົດເກັບພາສີຂະແໜງທຸລະກິດ ໃຫ້ເງິນຊ່ວຍເຫລືອແຮງງານທີ່ໄດ້ຮັບຜົນກະທົບ

ກຳປູເຈຍອອກມາດຕະການຊ່ວຍເຫລືອຜົນກະທົບຈາກໂຄວິດ-19 ຂະຫຍາຍເວລາຊ່ວຍທຸລະກິດສາຍການບິນ, ທ່ອງທ່ຽວ, ຮ້ານອາຫານ ລວມທັງແຮງງານໃນທຸລະກິດຕັດຫຍິບເສື້ອຜ້າ, ເກີບ ແລະ ພາກຄົວເຮືອນທີ່ໄດ້ຮັບຜົນກະທົບ. ວັນທີ 29 ຕຸລາ 2021, ສຳນັກຂ່າວຊິນຮົວລາຍງານວ່າ: ລັດຖະບານກຳປູເຈຍປະກາດມາດຕະການບັນເທົາທຸກຮອບທີ 10 ເພື່ອສະໜັບສະໜູນຫລາຍຂະແໜງທຸລະກິດທີ່ຍັງໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ເຊິ່ງຄວບຄຸມທຸລະກິດຕັດຫຍິບເສື້ອຜ້າ, ສາຍການບິນ ແລະ ການທ່ອງທ່ຽວ…

ໂຄວິດ-19 ເປັນອຸປະສັກອັນໃຫຍ່ຫລວງໃນການພັດທະນາປະເທດຊາດ

ໂດຍ: ທິດກໍ່າ ມາຮອດປັດຈຸບັນ, ເຮົາເຫັນວ່າການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ປະເທດເຮົາຍັງບໍ່ມີທ່າທີຫລຸດໜ້ອຍຖອຍລົງໄດ້ຢ່າງຊັດເຈນ. ຫລ້າສຸດຈາກສະຖິຕິໃນວັນທີ 27 ຕຸລາ 2021 ມີເຖິງ 733 ຄົນ, ມີຜູ້ເສຍຊີວິດສະສົມໄປແລ້ວ 58 ຄົນ. ສ່ວນວັນທີ 29 ຕຸລາ 2021 ຫຍັບລົງມາພຽງ…

ລັດຖະບານລາວ ມອບຫຼຽນກາມິດຕະພາບ ໃຫ້ແກ່ເອກອັກຄະລັດຖະທູດ ແຫ່ງ ສ.ຝຣັ່ງ ປະຈໍາ ສປປ ລາວ ເນື່ອງໃນໂອກາດສຳເລັດໜ້າທີ່ການທູດ

ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ນາງ ຟຼໍລັອງ ຊ໋ອງບລັອງ ຣິສແລກ໌ (Florencen Jeanblanc-Risler), ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ຝຣັ່ງ…