ອາເຊນອລ ສົນໃຈກອງກາງຂອງ ເປແອສເຊ ຫລັງໂຊຟອມເດ່ັນໃນບານໂລກ
ລາຍງານຈາກສື່ໃນຝຣັ່ງເປີດເຜີຍວ່າສະໂມສອນ ອາເຊນອລ ທີມຜູ້ນຳໃນພຣີເມຍລີກ ອັງກິດ ຕ້ອງການເຊັນສັນຍາກັບ ຄາລອສ ໂຊເລີ ກອງກາງຂອງ ປາຣີສ ແຊັງແຊັກແມັງ ເຖິງວ່າລາວຈະຫາກໍຍ້າຍມາຍັງຖິ່ນ ປາກ ເດິ ແພຣງ ເມື່ອລະດູການທີ່ຜ່ານມາກໍຕາມ. ອາເຊນອລ ຕົກເປັນຂ່າວວ່າພວມຈັບຕາເບິ່ງສະຖານະການຂອງດາວເຕະທີມຊາດສະເປນຢ່າງໃກ້ຊິດ ຫລັງຈາກທີ່ລາວສະແດງຜົນງານໄດ້ໜ້າ ປະທັບໃຈໃນການແຂ່ງຂັນບານໂລກເກມນັດທຳອິດທີ່ຖະຫລົ່ມ ຄອສຕາຣິກາ…