ນາຍົກລັດຖະມົນຕີ ກ່າວປາໄສຕໍ່ກອງປະຊຸມພາກອະພິປາຍທົ່ວໄປ ຂອງສະມັດຊາໃຫຍ່ ສປຊ ສະໄໝທີ 79 ຢູ່ ນິວຢອກ, ສ ອາເມລິກາ

ວັນທີ 27 ກັນຍາ 2024, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ຂຶ້ນກ່າວປາໄສຕໍ່ກອງປະຊຸມອະພິປາຍທົ່ວໄປ ຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດ ສະໄໝທີ 79 ທີ່ ນິວຢອກ, ສ ອາເມລິກາ ວ່າ:…

ຝົນຕົກໜັກຕິດຕໍ່ຫລາຍວັນ ເຮັດໃຫ້ນ້ຳຖ້ວມຢູ່ເນປານ ມີຜູ້ເສຍຊີວິດຫລາຍກວ່າ 100 ຄົນ

ຂ່າວຕ່າງປະເທດ ຂອງເນປານ ລາຍງານວ່າ: ວັນທີ 27 ກັນຍາ 2024, ພື້ນທີ່ທາງຕາເວັນອອກ ແລະ ຕອນກາງຂອງເນປານ ຖືກນໍ້າຖ້ວມເປັນບໍລິເວນກວ້າງ ໂດຍມີລາຍງານນໍ້າຖ້ວມກະທັນຫັນໃນແມ່ນໍ້າຫລາຍສາຍ ແລະ ເກີດຄວາມເສຍຫາຍຢ່າງໜັກຕໍ່ທາງຫລວງຂອງປະເທດ. “ໃນຕອນນີ້, ຈໍານວນຜູ້ເສຍຊີວິດເພີ່ມເປັນ 101 ຄົນ ແລະ ມີຜູ້ສູນຫາຍອີກຢ່າງໜ້ອຍ…

ອິດສະລາແອນໂຈມຕີລີບັງຮອບໃໝ່ ພາຍຫລັງສັງຫານຫົວໜ້າກຸ່ມແຮັດໂບລາ

      ກອງທັບອິດສະລາແອນປະຕິບັດການໂຈມຕີເປົ້າໝາຍຢູ່ລີບັງຄັ້ງໃໝ່ ບໍ່ດົນພາຍຫລັງສັງຫານຜູ້ນໍາສູງສຸດຂອງກຸ່ມແຮັດໂບລາ.       ກອງທັບອິດສະລາແອນອອກຖະແຫລງການວ່າ: ເຮືອບິນຮົບປະຕິບັດການໂຈມຕີເປົ້າໝາຍຫລາຍສິບແຫ່ງຢູ່ລີບັງ ເຊິ່ງເປັນຖານທີ່ໝັ້ນ ແລະ ສາງອາວຸດຂອງກຸ່ມແຮັດໂບລາ ໃນຕອນເຊົ້າຂອງວັນທີ 29 ກັນຍາ ຕາມເວລາທ້ອງຖິ່ນ ຕໍ່ເນື່ອງຈາກການໂຈມຕີເປົ້າໝາຍຫລາຍຮ້ອຍແຫ່ງຢູ່ລີບັງໃນວັນທີ 28 ກັນຍາຜ່ານມາ.       ຂະນະທີ່ ພົນຕີ ດານຽວ…

ຄະນະປະຈຳສະພາແຫ່ງຊາດ ຫາລື-ພິຈາລະນາບັນຫາສໍາຄັນພື້ນຖານຂອງ ຊາດ ປະຈຳເດືອນກັນຍາ 2024

ວັນທີ 23-24 ກັນຍາ 2024, ຄະນະປະຈຳສະພາແຫ່ງຊາດ ໄດ້ຈັດກອງປະຊຸມ ປະຈໍາເດືອນ ກັນຍາ 2024, ເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານຄະນະປະຈໍາສະພາແຫ່ງຊາດ. ກອງປະຊຸມໄດ້ພິຈາລະນາບັນຫາສໍາຄັນພື້ນຖານຂອງປະເທດຊາດ ຕາມຂອບເຂດສິດ ແລະ ໜ້າທີ່ຂອງຄະນະປະຈໍາສະພາແຫ່ງຊາດ ທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ;…

ອີຣານຍ້າຍທ່ານ ຢາຕໍເລາະ ໄປຢູ່ບ່ອນທີ່ປອດໄພ ພາຍຫລັງອິດສະລາແອນສັງຫານຫົວໜ້າກຸ່ມແຮັດໂບລາ

      ມີລາຍງານກ່ຽວກັບການຍ້າຍຜູ້ນໍາສູງສຸດຂອງອີຣານໃຫ້ເຂົ້າໄປອາໄສຢູ່ສະຖານທີ່ປອດໄພສູງສຸດ ພາຍຫລັງອິດສະລາແອນສັງຫານຜູ້ນໍາກຸ່ມແຮັດໂບລາ.       ໂດຍອ້າງຂໍ້ມູນຈາກແຫລ່ງຂ່າວລະດັບສູງດ້ານຄວາມໝັ້ນຄົງຢູ່ອີຣານວ່າ: ມີການຍ້າຍທ່ານ ຢາຕໍເລາະ ອາລີ ຄາເມເນອີ ຜູ້ນໍາສູງສຸດ ໄປອາໄສຢູ່ສະຖານທີ່ປອດໄພ ແລະ ມີມາດຕະການຮັກສາຄວາມປອດໄພລະດັບສູງສຸດພາຍໃນອີຣານ ພາຍຫລັງອິດສະລາແອນໂຈມຕີທາງອາກາດສັງຫານທ່ານ ຮໍາຊັນ ນາສຣາລເລາະ ຜູ້ນໍາສູງສຸດຂອງກຸ່ມແຮັດໂບລາ ຢູ່ນະຄອນຫລວງເບຣຸດຂອງລີບັງ ໃນວັນທີ 27…

ເຮີລິເຄນເຮເລນ ສັງຫານຄົນຢູ່ອາເມລິກາເກີນ 60 ຄົນ ທ່ານ ໄບເດນ ສັ່ງເລັ່ງຊ່ວຍເຫລືອຜູ້ປະສົບໄພ

     ຜູ້ເສຍຊີວິດຈາກອິດທິພົນຂອງເຮີລິເຄນເຮເລນຢູ່ອາເມລິກາເພີ່ມຂຶ້ນຕໍ່ເນື່ອງເປັນ 60 ກວ່າຄົນ ໂດຍລັດຖະບານເລັ່ງໃຫ້ການຊ່ວຍເຫລືອປະຊາຊົນທີ່ເດືອດຮ້ອນເປັນຈໍານວນຫລາຍ.      ກ່ຽວກັບຄວາມຄືບໜ້າ ພາຍຫລັງເຮີລິເຄນເຮເລນ ທີ່ມີຄວາມຮຸນແຮງລະດັບ 4 ຕາມມາດຕາວັດແທກພາຍຸຊັບເຟີ-ຊິມສັນ ພັດຂຶ້ນຝັ່ງລັດຟໍຣິດາ ທາງຕາເວັນອອກສຽງໃຕ້ຂອງປະເທດ ໃນວັນທີ 26 ກັນຍາຜ່ານມາ ກ່ອນເຄື່ອນທີ່ຕໍ່ໄປລັດຈໍເຈຍ, ລັດເຊົາແຄໂຣໄລນາ ແລະ ລັດນອດແຄໂຣໄລນາ….

ອິດສະລາແອນກ່າວອ້າງ ສັງຫານຜູ້ນໍາແຮັດໂບລາໃນການໂຈມຕີທາງອາກາດຖະຫລົ່ມນະຄອນຫລວງເບຣຸດ

      ກອງກໍາລັງປ້ອງກັນປະເທດ ອິດສະລາແອນ (IDF) ເຜີຍແຜ່ຖະແຫລງການຜ່ານ X ຢືນຢັນວ່າ: ທ່ານ ຮໍາຊັນ ນາສຣັລເລາະ ເລຂາທິການໃຫຍ່ຂອງກຸ່ມແຮັດໂບລາ ຖືກສັງຫານແລ້ວໃນການໂຈມຕີທາງອາກາດຖະຫລົ່ມນະຄອນຫລວງເບຣຸດໃນວັນທີ 27 ກັນຍາ.       ຖະແຫລງການຂອງ IDF ລະບຸຂໍ້ຄວາມວ່າ: ທ່ານ ຮໍາຊັນ…

ລົມຕາເວັນຕົກສຽງໃຕ້ພັດປົກຄຸມທົ່ວທຸກພາກຂອງປະເທດລາວ ຈະເຮັດໃຫ້ຝົນຕົກຟ້າຮ້ອງ ຟ້າເຫລື້ອມ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນພະຍາກອນອາກາດ ວັນທີ 29 ກັນຍາ 2024 ວ່າ: ບໍລິເວນຄວາມກົດດັນສູງຂອງອາກາດເຢັນ ຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ, ສົມທົບກັບລົມຕາເວັນຕົກສຽງໃຕ້ພັດປົກຄຸມ. ຊຶ່ງຈະເຮັດໃຫ້ ຍັງຈະມີຝົນຕົກຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ຢູ່ໃນແຕ່ລະພາກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ພາກເໜືອດ້ານຕາເວັນອອກ…

ທະນາຄານ ADB ຊ່ວຍເຫລືອຫວຽດນາມ 2,000,000 ລາສະຫະລັດ ເພື່ອຟື້ນຟູຈາກພະຍຸຢາກິ

ວັນທີ 27 ກັນຍາ 2024 ນີ້: ທະນາຄານພັດທະນາອາຊີ (ADB) ອະນຸມັດເງິນ ຈຳນວນ 2 ລ້ານໂດລາສະຫະລັດ ເພື່ອຊ່ວຍເຫລືອລັດຖະບານ ຫວຽດ ນາມ ເຂົ້າໃນການສະໜອງບັນດາການບໍລິການຊ່ວຍບັນເທົ່າທຸກ ຢ່າງຮີບດ່ວນ ແລະ ມະນຸດສະທຳ ໃຫ້ແກ່ປະຊາຊົນທີ່ໄດ້ນັບຜົນກະທົບຈາກພະຍຸຢາກິ( Yagi)…

ອິດສະລາແອນເຂົ້າຮ່ວມ ທະນາຄານພັດທະນາອາຊີ ຜູ້ຊ່ຽວຊານກັງວົນ ອາດເກີດຄວາມຂັດແຍ່ງ

     ອິດສະລາແອນເປັນສະມາຊິກນອກພາກພື້ນປະເທດຫລ້າສຸດຂອງທະນາຄານພັດທະນາອາຊີ (ADB), ຂະນະທີ່ນັກວິເຄາະສະແດງຄວາມກັງວົນວ່າ: ການເຂົ້າມາຂອງອິດສະລາແອນອາດເຮັດໃຫ້ເກີດຄວາມຂັດແຍ່ງພາຍໃນອົງກອນ.       ADB ເຊິ່ງມີສໍານັກງານໃຫຍ່ຢູ່ຟີລິບປິນ ລະບຸໃນຖະແຫລງການວ່າ: ຄະນະກໍາມະການອະນຸມັດການເປັນສະມາຊິກຂອງອິດສະລາແອນ ນັບແຕ່ເດືອນເມສາ 2022 ແຕ່ຍັງບໍ່ມີຜົນ ຈົນກວ່າອິດສະລາແອນສາມາດປະຕິບັດຕາມຂໍ້ກໍານົດ ແລະ ເງື່ອນໄຂຂອງການເປັນສະມາຊິກໄດ້ຢ່າງຄົບຖ້ວນ.       ທ່ານ ວິກເຕີ ອາໂບລາ…