ອົງການໄອຍະການປະຊາຊົນສູງສຸດ ຫາລືການສ້າງປື້ມຄູ່ມື ການດຳເນີນຄະດີອາຊະຍາກຳສັດປ່າ

ວັນທີ 30 ມັງກອນ 2025 ນີ້, ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຈັດກອງປະຊຸມ ປຶກສາຫາລືການສ້າງປື້ມຄູ່ມື ການດຳເນີນຄະດີອາຊະຍາກຳສັດປ່າ ໂດຍການເປັນປະທານຂອງ ທ່ານ ນາງ ພອນເພັດ ອຸ່ນແກ້ວ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາຫົວໜ້າກົມ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ….

ມຽນມາຕໍ່ເວລາສະຖານະການສຸກເສີນອີກ 6 ເດືອນ ກ່ອນຄົບຮອບ 4 ປີລັດຖະປະຫານ

      ສື່ຂອງລັດຖະບານມຽນມາລາຍງານໃນວັນທີ 31 ມັງກອນວ່າ: ລັດຖະບານມຽນມາໄດ້ຕັດສິນໃຈຂະຫຍາຍເວລາສະຖານະການສຸກເສີນອອກໄປອີກ 6 ເດືອນ ກ່ອນຄົບຮອບ 4 ປີການເຮັດລັດຖະປະຫານໃນວັນທີ 1 ກຸມພານີ້.        ສໍານັກຂ່າວຣອຍເຕີລາຍງານວ່າ: ນັບແຕ່ກອງທັບໂຄ່ນລົ້ມລັດຖະບານພົນລະເຮືອນທີ່ມາຈາກການເລືອກຕັ້ງຂອງນາງ ອອງຊານ ຊູຈີ ເຈົ້າຂອງລາງວັນໂນເບລສາຂາສັນຕິພາບ ມຽນມາກໍຕ້ອງຜະເຊີນສົງຄາມກາງເມືອງ ໂດຍລັດຖະບານທະຫານມີແຜນຈະຈັດການເລືອກຕັ້ງພາຍໃນປີນີ້,…

ຢູກັນດາຢືນຢັນໄວຣັສອີໂບລາລະບາດຢູ່ນະຄອນຫລວງກໍາປລາ ມີຜູ້ເສຍຊີວິດແລ້ວ 1 ຄົນ

      ກະຊວງສາທາລະນະສຸກຢູກັນດາເປີດເຜີຍໃນວັນທີ 30 ມັງກອນວ່າ: ໄດ້ພົບການລະບາດຂອງໄວຣັສອີໂບລາຢູ່ນະຄອນຫລວງກໍາປາລາ ໂດຍຜູ້ຕິດເຊື້ອຄົນທໍາອິດໄດ້ຮັບການຢືນຢັນນັ້ນເສຍຊີວິດແລ້ວໃນວັນທີ 29 ມັງກອນ ຖືເປັນການລະບາດຄັ້ງທີ 9 ໃນຢູກັນດາ ນັບແຕ່ພົບຜູ້ຕິດເຊື້ອຄົນທໍາອິດໃນປີ 2000.       ຜູ້ເສຍຊີວິດເປັນພະຍາບານຊາຍປະຈໍາໂຮງໝໍຮັບສົ່ງຄົນເຈັບມູລາໂກ (Mulago National Referral Hospital) ໃນນະຄອນຫລວງກໍາປາລາ…

ປີ 2024 ເມືອງໄຊທານີ ມີຄະດີອາຍາ 640 ເລື່ອງ ເດັ່ນກວ່າໝູ່ແມ່ນລັກຊັບ 439 ເລື່ອງ

ພັທ ວິລັດ ລາສີຈັນ ຫົວໜ້າຫ້ອງການ ກອງບັນຊາການ ປກສ ເມືອງໄຊທານີ ໄດ້ລາຍງານໃນກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບປະຈໍາປີ 2024 ແລະ ທິດທາງແຜນການວຽກງານຈຸດສຸມປີ 2025 ຂອງກອງບັນຊາການ ປກສ ເມືອງໄຊທານີ ໃນວັນທີ 30 ມັງກອນ 2025 ນີ້ວ່າ:…

ຄາດວ່າບໍ່ພົບຜູ້ລອດຊີວິດ ຈາກເຫດການເຮືອບິນໂດຍສານຕໍາກັບເຮລີຄັອບເຕີກອງທັບ ອາເມລິກາ

ສໍານັກຂ່າວ CNN ລາຍງານວັນທີ 30 ມັງກອນ 2025 ຫົວໜ້າສໍານັກງານດັບເພີງ ແລະ ບໍລິການການແພດສຸກເສີນ ນອຄອນຫລວງວໍຊິງຕັນ ດີ.ຊີ ລາຍງານໃນຖະແຫລງຂ່າວວ່າ ຄາດວ່າບໍ່ມີຜູ້ລອດຊີວິດຈາກເຫດການເຮືອບິນໂດຍສານຂອງສາຍການບິນ American Airlines ຕໍາກັບເຮລີຄັອບເຕີ Black Hawk ຂອງກອງທັບອາເມລິກາ ທີ່ຫັກອອກເປັນສອງທ່ອນ…

ຈັບຕົວຊາຍໜຸ່ມກໍ່ເຫດລັກຕັດສາຍໄຟ

ພັທ ພອນມະນີ ສຸລິນນະພອນ ຮອງຫົວໜ້າກອງບັນຊາການ ປກສ ເມືອງຈັນທະບູລີ ລາຍງານວ່າ: ວັນທີ 30 ມັງກອນ 2025 ໄດ້ຮັບແຈ້ງເຫດຈາກພົນລະເມືອງດີ ກໍລະນີມີຄົນຮ້າຍລັກຕັດສາຍໄຟຢູ່ ບ້ານຫັດສະດີ ເມືອງຈັນທະບູລີ ເຂດໂຮງຮຽນ ມສ ວຽງຈັນ ເຈົ້າໜ້າທີ່ຈຶ່ງໄດ້ ສົມທົບກັບອໍານາດການປົກຄອງບ້ານ…

ປີ 2024 ເຈົ້າໜ້າທີ່ການຄ້າກວດຢຶດຢາສູບນຳເຂົ້າບໍ່ຖືກຕ້ອງ 1.4 ລ້ານກວ່າຊອງ ແລະ ຢາສູບໄຟຟ້າ 6 ໝື່ນກວ່າອັນ

ກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ລາຍງານ ວັນທີ 29 ມັງກອນ 2025 ນີ້ວ່າ: ປີ 2024ຜ່ານມາ ທົ່ວປະເທດ ສາມາດຢຶດ ແລະ ອາຍັດສິນຄ້າປະເພດຢາສູບໄດ້ຫຼາຍກວ່າ1ລ້ານ 441,000 ຊອງ…

10 ວັນ ສະຫວັນນະເຂດສຸ່ມກວດລົດບັນທຸກເກີນຂະໜາດ ແລະ ຜິດລະບຽບ 170 ກວ່າຄັນ ປັບໃໝໄດ້ 100 ລ້ານກວ່າກີບ

ທ່ານ ຄອນສະຫວັນ ຄຳນວນວິຈິດ ຫົວໜ້າຂະແໜງຂົນສົ່ງ ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງສະຫວັນນະເຂດ ໄດ້ໃຫ້ສໍາພາດຕໍ່ໜັງສືພິມສະຫວັນພັດທະນາ ວັນທີ 23 ມັງກອນ 2025 ຜ່ານມານີ້ວ່າ: ຜ່ານການລົງກວດກາແຕ່ວັນທີ 13-23 ມັງກອນເຫັນວ່າ: ປະລິມານລົດຂົນສົ່ງສິນຄ້າ ແລະ…

ເຮືອບິນAmerican Airlines ຕໍາກັບເຮລິກອບເຕີແບັກຮໍກາງອາກາດ ກ່ອນຕົກລົງໃນແມ່ນໍ້າ

       ເກີດເຫດເຮືອບິນໂດຍສານແບບ CRJ-700 ຖ້ຽວບິນທີ່ 5342 ຂອງສາຍການບິນ American Airlines ພ້ອມຜູ້ໂດຍສານ 60 ຄົນ ແລະ ຈຸບິນ 4 ຄົນ ຕໍາກັນກາງອາກາດກັບເຮລິກອບເຕີແບັກຮໍຂອງກອງທັບອາເມລິກາ ຢູ່ບໍລິເວນໃກ້ສະໜາມບິນສາກົນເຣແກນ ນອກນະຄອນຫລວງວໍຊິງຕັນ ກ່ອນຕົກລົງໃນແມ່ນໍ້າໂພໂທແມກ (Potomac…