ຕໍາຫລວດກວດຄົນເຂົ້າ-ອອກເມືອງ ຫັນເປັນທັນສະໄໝ ສະຫງົບປອດໄພ, ຮັບໃຊ້ການທ່ອງທ່ຽວ
ວັນທີ 8 ພະຈິກ 2023 ຜ່ານມານີ້, ທ່ານ ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງ ປກສ ໄດ້ເຄື່ອນໄຫວຊີ້ນຳວຽກງານຢູ່ ກົມຕໍາຫລວດກວດຄົນເຂົ້າ-ອອກເມືອງ, ກົມຄຸ້ມຄອງຄົນຕ່າງປະເທດ ແລະ ກົມຕໍາຫລວດທ່ອງທ່ຽວ ທີ່ຂຶ້ນກັບກົມໃຫຍ່ສັນຕິບານ. ພາຍຫຼັງໄດ້ຟັງບົດສະຫລຸບລາຍງານຫຍໍ້ ກ່ຽວກັບການປະຕິບັດວຽກງານວິຊາສະເພາະຂອງກົມຕໍາຫລວດກວດຄົນເຂົ້າ-ອອກເມືອງໃນໄລຍະຜ່ານມາ, ລາຍງານຄວມຄືບຂອງການຄົ້ນຄວ້າສຶກສາໂຄງການ…