ສູນກາງພັກ ເນັ້ນໃຫ້ລັດຖະບານ, ອົງການປົກຄອງແຕ່ລະຂັ້ນສືບຕໍ່ຍູ້ແຮງປະຕິບັດແຜນການທ້າຍປີ 2022 ໃຫ້ບັນລຸຄາດໝາຍ
ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 4 ສະໄໝທີ XI ໄດ້ອັດລົງໃນວັນທີ 26 ພຶດສະພາ 2022 ພາຍຫລັງດຳເນີນມາແຕ່ວັນທີ 18 ພຶດສະພາທີ່ສໍານັກງານສູນກາງພັກນະຄອນຫລວງວຽງຈັນພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໂດຍກອງປະຊຸມນອກຈາກກວດກາຕີລາຄາການຜັນຂະຫຍາຍ ແລະ ຈັດຕັ້ງປະຕິ ບັດມະຕິກອງປະຊຸມໃຫຍ່ຄັ້ງທີ…