ສຳເລັດກອງປະຊຸມໃຫຍ່ຂອງພັກແລ້ວພາລະກິດຍັງສືບຕໍ່
ໂດຍ: ທິດກໍ່າ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ໄດ້ສຳເລັດເສັດສິ້ນລົງດ້ວຍບັນຍາກາດອັນຄຶກຂຶມ ທັງມີຄວາມໝາຍທາງດ້ານປະຫວັດສາດການເມືອງຂອງພັກ ກໍຄືຂອງຊາດ ແລະ ກໍຖືວ່າໄດ້ຮັບຜົນສຳເລັດຢ່າງໃຫຍ່ຫລວງ. ຜ່ານກອງປະຊຸມໃຫຍ່ຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງບາດກ້າວຂະຫຍາຍຕົວແຫ່ງການຊີ້ນຳ-ນຳພາຂອງພັກໃນຕະຫລອດຂະບວນວິວັດ ນັບແຕ່ມື້ພັກເຮົາໄດ້ກຳເນີດເກີດຂຶ້ນ ແລະ ຂະຫຍາຍຕົວມາ ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ I ຫາຄັ້ງທີ…