ເສັ້ນທາງດີ ເປັນໜຶ່ງໃນປັດໄຈກະຕຸ້ນເສດຖະກິດ ແຕ່ຫາກເສັ້ນທາງບໍ່ດີ ອາດເຮັດໃຫ້ການພັດທະນາຕິດຂັດໃນຫລາຍດ້ານ

ໂດຍ: ທິດກໍ່າ ໃນປັດຈຸບັນ ຕ້ອງຍອມຮັບວ່າໂຄງການກໍ່ສ້າງເສັ້ນທາງຫລາຍເສັ້ນຫລາຍສາຍໃນທົ່ວປະເທດພວມໄດ້ຮັບການປັບປຸງແກ້ໄຂ ແລະ ພັດທະນາໄປຢ່າງບໍ່ຢຸດຢັ້ງ. ອີກໜຶ່ງໂຄງການທີ່ພວມດໍາເນີນໄປຢ່າງເຄັ່ງຮ້ອນນັ້ນກໍຄືໂຄງການປັບປຸງຂະຫຍາຍເສັ້ນທາງ 13 ໃຕ້ ເຊິ່ງມາຮອດປັດຈຸບັນແມ່ນໄດ້ສໍາເລັດເກີນ 50% ແລ້ວ. ຄາດວ່າອີກບໍ່ພໍເທົ່າໃດເດືອນກໍຈະສໍາເລັດຕາມແຜນ ແລະ ຈະໄດ້ເຫັນທາງດີທາງງາມ, ການໄປມາຈາກນະຄອນຫລວງວຽງຈັນໄປຫາບັນດາແຂວງພາກກາງ, ພາກໃຕ້ກໍສະດວກສະບາຍຍິ່ງຂຶ້ນ. ສ່ວນອີກເສັ້ນທາງໜຶ່ງທີ່ຫາກໍສ້າງສໍາເລັດໃໝ່ອ່ຽມ ກໍແມ່ນເສັ້ນທາງ 13…