ທາງມ້າລາຍ ມີໄວ້ໃຫ້ຄົນຍ່າງຂ້າມທາງ

ໂດຍ: ຜາຕຸງ ໃນກົດລະບຽບການສັນຈອນຕາມທ້ອງຖະໜົນຫຼວງບໍ່ວ່າຈະຢູ່ໃນ ສປປ ລາວກໍ່ຄືຕ່າງປະເທດຕາມສາຍທາງຈຸດສຳຄັນຕ່າງໆ ເປັນຕົ້ນສາມແຍກ ສີ່ແຍກໄຟແດງ ຈຸດໂຮງຮຽນ,ໂຮງໝໍ, ສວນສາທາລະນະ….ເພິ່ນຈະຂີດເສັ້ນຕັດທາງໃຫ້ເປັນລາຍທີ່ເອີ້ນວ່າ ທາງມ້າລາຍໄວ້ຢ່າງຈະແຈ້ງ ເພື່ອເປັນບ່ອນໃຫ້ຄົນໄດ້ຍ່າງຂ້າມຖະໜົນໃຫ້ມີຄວາມປອດໄພຈາກອຸບັດເຫດຈາກລົ ເຊິ່ງທາງຈຸດນີ້ຈະບໍ່ອະນຸຍາດໃຫ້ລົດທຸກຊະນິດ ເຂົ້າໄປຈອດກວມກີດຂວາງການຂ້າມຖະໜົນຂອງຜູ້ຄົນທີ່ສັນຈອນໄປມາຢ່າງເດັດຂາດ, ຜ່ານມາສັງເກດເຫັນວ່າຢູ່ນະຄອນຫຼວງວຽງຈັນຍັງມີຜູ້ຂັບຂີ່ຈຳນວນຫຼາຍບໍ່ເຄົາລົບ ແລະ ບໍ່ປະຕິບັດຕາມລະບຽບກົດໝາຍທີ່ກຳນົດອອກ. ແຕ່ວ່າ, ໃນທຸກມື້ນີ້ຢູ່ຕາມຖະໜົນຫົນທາງສາຍຕ່າງໆໃນນະຄອນຫຼວງວຽງຈັນ ຫຼື ຢູ່ຕາມຕົວເມືອງໃຫຍ່ໆ…