ລັດຖະມົນຕີກະຊວງການເງິນ ເນັ້ນໃຫ້ແຂວງຈໍາປາສັກ ເອົາໃຈໃສ່ຈັດເກັບລາຍຮັບເຂົ້າງົບປະມານໃຫ້ບັນລຸຕາມແຜນການ
ວັນທີ 2 ກັນຍາ 2024, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານການເງິນຮອບດ້ານ ຢູ່ແຂວງຈໍາປາສັກ, ເພື່ອຊີ້ນຳການຈັດຕັ້ງປະຕິບັດວຽກງານຂະຫຍາຍຖານລາຍຮັບ, ການຄຸ້ມຄອງລາຍຈ່າຍ ຕິດພັນກັບການຈັດຕັ້ງປະຕິບັດສອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ – ການເງິນ…