ອາເມລິກາ ປະກາດເຄີຟິວໃນຫລາຍເມືອງ ເພື່ອຄວບຄຸມຜູ້ຊຸມນຸມປະທ້ວງ
ທາງການອາເມລິກາປະກາດເຄີຟິວໃນຫລາຍເມືອງຂອງປະເທດ ໃນຄວາມພະຍາຍາມຈະຢຸດເຫດຈະລາຈົນຮຸນແຮງ ທີ່ມີສາເຫດມາຈາກການເສຍຊີວິດຂອງທ້າວ ຈອດ ຟລອຍ ຜູ້ຊາຍຜິວດຳໃນລະຫວ່າງທີ່ລາວຖືກຈັບກຸມໂດຍເຈົ້າໜ້າທີ່ຕຳຫລວດ. ການຊຸມນຸມປະທ້ວງໂດຍສັນຕິກາຍເປັນເຫດຄວາມຮຸນແຮງໃນຫລາຍພື້ນທີ່ຢູ່ອາເມລິກາ, ລົດຍົນ, ອາຄານສະຖານທີ່ຖືກໄຟໄໝ້. ຂະນະທີ່ຕຳຫລວດປາບຈະລາຈົນຕອບໂຕ້ໂດຍການໃຊ້ແກັສນ້ຳຕາ ແລະ ລູກປືນຢາງເພື່ອຄວບຄຸມສະຖານະການ. ສຳລັບສາເຫດເກີດຂຶ້ນຈາກການເສຍຊີວິດຂອງທ້າວ ຈອດ ຟລອຍ ຜູ້ຊາຍຜິວດຳ ຂະນະຖືກຕຳຫລວດເມືອງມິນນີແອໂປລິສຈັບກຸມຈາກຂໍ້ກ່າວຫາພະຍາຍາມໃຊ້ທະນະບັດປອມໃນຮ້ານຄ້າ, ວີດີໂອບັນທຶກເຫດການສະແດງໃຫ້ເຫັນວ່າລາວຖືກເຈົ້າໜ້າທີ່ຕຳຫລວດຜິວຂາວໃຊ້ເຂົ່າກົດທັບລຳຄໍລາວລົງກັບພື້ນຖະໜົນ. ຫລ້າສຸດເຈົ້າໜ້າທີ່ຄົນດັ່ງກ່າວທີ່ເປັນພຽງ…