ຍ້ອນຕົ້ນທຶນການຜະລິດເປັນສິນຄ້າ ຫລື ການຂາຍແບບສຸກເອົາເຜົາກິນ?

ຍົກເລື່ອງນີ້ຂຶ້ນມາ ເພື່ອສະທ້ອນໃຫ້ເຫັນວ່າ: ມັນຍັງເປັນບັນຫາ, ເປັນສິ່ງທ້າທາຍບໍ່ໜ້ອຍຂອງປະເທດເຮົາ ຊຶ່ງນອກຈາກມັນສອດຄ່ອງກັບການຕີລາຄາຂອງຂະແໜງການກ່ຽວຂ້ອງພາກລັດມາແລ້ວຍັງມີຫລາຍຫາງສຽງ ຫລາຍຄຳເຫັນ ທີ່ເປັນປະໂຫຍດ ເປັນການສະແດງຄວາມເປັນຫ່ວງບໍ່ໜ້ອຍຕໍ່ເລື່ອງນີ້ໂດຍສະ ເພາະພາຍຫລັງເປີດບໍລິການເສັ້ນທາງລົດໄຟ ລາວ-ຈີນ ໂດຍຈໍານວນໜຶ່ງເຫັນວ່າຍັງເປັນສິ່ງທ້າທາຍຕໍ່ການຜະລິດເປັນສິນຄ້າພາຍໃນ ທັງເຫັນວ່າຈະຕ້ອງຮ່ວມກັນຫາວິທີຮັບມື ເພື່ອເຮັດແນວໃດໃຫ້ສິນຄ້າໄດ້ລາຄາ ໂດຍໃຊ້ຕົ້ນທຶນບໍ່ຫລາຍ, ລາຄາສາມາດແຂ່ງຂັນໄດ້ເວລາຈໍາໜ່າຍທັງພາຍໃນ ແລະ ສ້າງເງື່ອນ ໄຂເພື່ອການສົ່ງອອກ. ຜ່ານມາ, ພາກລັດ…

ລັດຈະສະໜອງທຶນກວ່າ 100 ລ້ານໂດລາ ຊຸກຍູ້ການຜະລິດພາຍໃນ ແລະ ສົ່ງອອກ

ນັບແຕ່ທ້າຍປີ 2021 ເປັນຕົ້ນໄປ ລັດຖະບານຈະສະໜອງທຶນຫລາຍກວ່າ 100 ລ້ານໂດລາສະຫະລັດ ເຂົ້າໃນລະບົບທະນາຄານ ແລະ ກອງທຶນພັດທະນາບາງແຫ່ງ ທີ່ນອນໃນແຜນການຂອງລັດຖະບານກໍານົດໄວ້ ເພື່ອຊຸກຍູ້ການຜະລິດພາຍໃນ ແລະ ສົ່ງເສີມການສົ່ງອອກໃຫ້ຫລາຍຂຶ້ນ, ພ້ອມທັງຕິດຕາມຢ່າງໃກ້ຊິດ ຕໍ່ທ່າອ່ຽງການເໜັງຕິງຂອງລະບົບການເງິນທັງຢູ່ພາຍໃນ ແລະ ຕ່າງປະເທດທີ່ໄດ້ຮັບຜົນກະທົບຈາກການແພ່ລບາດຂອງພະຍາດໂຄວິດ-19 ເພື່ອກໍານົດນະໂຍບາຍດ້ານການເງິນ-ເງິນຕາ ແລະ ຊອກຫາມາດຕະການຮັບມືແກ້ໄຂທີ່ເໝາະສົມ….

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!