ອຸດົມໄຊ ສໍາເລັດຝຶກອົບຮົມວຽກງານຮ່າງເອກະສານທາງລັດຖະການ
ແຫລ່ງຂ່າວຈາກ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ວັນທີ 13 ກັນຍາ 2022 ຜ່ານມານີ້, ຄະນະຈັດຕັ້ງແຂວງອຸດົມໄຊ ສຳເລັດການຝືກອົບຮົມວຽກງານ ການຮ່າງເອກະສານທາງລັດຖະການ, ວຽກງານສໍາເນົາເອກະສານ ແລະ ພິທີການທູດ, ມາລະຍາດທາງສັງຄົມ-ມາລະຍາດສາກົນ ເພື່ອເປັນການຍົກລະດັບທັກສະ, ຄວາມສາມາດທາງດ້ານວິຊາການ ໃຫ້ແກ່ພະນັກງານ-ລັດຖະກອນ ພາຍໃນຄະນະຈັດຕັ້ງແຂວງໃຫ້ສູງຂຶ້ນ ແລະ…