Mohsen Fakhrizadeh ຜູ້ເປັນບິດາແຫ່ງນິວເຄລຍອີຣານຖືກສັງຫານຢູ່ໃກ້ເຕເຮຣານ
ສຳນັກຂ່າວຕ່າງປະເທດລາຍງານວ່າ: ວັນທີ 27 ພະຈິກ Mohsen Fakhrizadeh, ນັກວິທະຍາສາດອີຣານທີ່ມີຊື່ສຽງ. ທີ່ຊາວອີຣານຍົກຍ້ອງໃຫ້ເປັນບິດາແຫ່ງອາວຸດນິວເຄລຍ ຖືກລອບສັງຫານຢູ່ໃກ້ເມືອງ Absard, ເຊິ່ງບໍ່ໄກຈາກເມືອງ Tehran. ການລອບສັງຫານໄດ້ເກີດຂຶ້ນທ່າມກາງຂ່າວລືວ່າ ອີຣານ ກຳລັງເກັບທາດຢູເຣນຽມໃນປະລິມານຫລາຍ ເຊິ່ງເປັນແຮ່ທາດທີ່ສຳຄັນໃນການໃຊ້ເປັນພະລັງງານ ອາວຸດນິວເຄລຍ ຈາກເຫດການດັ່ງກ່າວ ເຈົ້າໜ້າທີ່ກ່າວປະນາມການສັງຫານນີ້ວ່າເປັນການກໍ່ການຮ້າຍຢ່າງແນ່ນອນ. ເພາະອີຣານຖືວ່າ…