ພາບວິດີໂອ ນັກຮຽນຊາອຸ ຈີກໜັງສືຖີ້ມສະຫຼອງສອບເສັງ
ການທໍາລາຍໜັງສືພາຍຫຼັງສອບເສັງແລ້ວຂອງນ້ອງນັກຮຽນ ຫຼາຍຝ່າຍເບິ່ງວ່າສະທ້ອນລະບົບການສຶກສາທີ່ຄວນປະຕິຮູບໃໝ່. ຄິບວີດີໂອຂອງບັນດານັກຮຽນຊາວອາຣັບບີ ຊາອຸດິດ ຈາກໂຮງຮຽນແຫ່ງໜຶ່ງຂອງເມືອງ Tabuk ທີ່ພ້ອມໃຈກັນຈີກໜັງສືແບບຮຽນຖິ້ມ ພາຍຫຼັງຜ່ານພົ້ນວັນສຸດທ້າຍຂອງປີການສຶກສາ ກໍາລັງກາຍເປັນບັນຫາຖົກຖຽງທາງໂລກອອນລາຍ. ເຖິງວ່າທໍານຽມການຈີກໜັງສືແບບຮຽນຈະເປັນເລື່ອງປົກກະຕິໃນບາງປະເທດ, ແຕ່ຢູ່ອາຣັບບີ ຊາອຸດິດ ທີ່ເກີດຂຶ້ນສະທ້ອນເຖິງຄວາມຫຼົ້ມເຫຼວຂອງລະບົບການສຶກສາພາຍໃນປະເທດ ແລະ ຮຽກຮ້ອງໃຫ້ມີການປະຕິຮູບ. Mohammed Al-Ezzy ນັກຮຽນອາຍຸ 16…