ບົດບາດຂອງອົດສະຕຣາລີໃນການເຊື່ອມໂຍງ-ເຊື່ອມຈອດກັບອະນຸພາກພື້ນແມ່ນໍ້າຂອງ

ສປປ ລາວ ເປັນສູນກາງໃນການພັດທະນາທາງດ້ານເສດຖະກິດຂອງ ອະນຸພາກພື້ນແມ່ນໍ້າຂອງ. ການຈັດຕັ້ງຜັນຂະຫຍາຍໂຄງລ່າງພື້ນຖານຢ່າງຕໍ່ເນື່ອງໃນ ສປປ ລາວ ຖືເປັນບຸລິມະສິດທີ່ສໍາຄັນລະດັບຊາດ. ສິ່ງເຫຼົ່ານີ້ລ້ວນແຕ່ແມ່ນເຫດຜົນທີ່ ອົດສະຕຣາລີ ໄດ້ທຸ້ມເທເພື່ອໃຫ້ການສະໜັບສະໜູນການຈັດຕັ້ງປະຕິບັດວຽກງານບຸລິມະສິດຂອງ ສປປ ລາວ ທາງດ້ານໂຄງລ່າງພື້ນຖານ, ການບໍາລຸງຮັກສາຖະໜົນຫົນທາງ ແລະ ການເຊື່ອມໂຍງ-ເຊື່ອມຈອດທາງບົກກັບບັນດາປະເທດເພື່ອນບ້ານເປັນເວລາຍາວນານກວ່າ 30 ປີ. ເຖິງແມ່ນວ່າຫຼາຍຄົນຈະຮູ້ຈັກເປັນຢ່າງດີກ່ຽວກັບຂົວມິດຕະພາບແຫ່ງທໍາອິດ…