ການແຕ່ງດອງເພື່ອຫວັງເງິນຫວັງຄວາມສະບາຍ ລະວັງກາຍເປັນເຫຍື່ອການຄ້າມະນຸດ

ໂດຍ: ຜາຕຸງ ໃນເມື່ອກ່ອນການພົວພັນ ແລະ ການແຕ່ງງານລະຫວ່າງຍິງສາວລາວ ກັບ ຄົນຕ່າງປະເທດໂດຍສະເພາະຢູ່ບໍລິເວນຊາຍແດນປະເທດ ຍັງມີຫຼາຍກໍລະນີ ມີທັງຖືກກົດໝາຍ ແລະ ບໍ່ຖືກກົດໝາຍ, ການແຕ່ງງານມີບາງຄູ່ກໍແຕ່ງງານກັນດ້ວຍຄວາມມັກຮັກທີ່ຈິງໃຈນັ້ນ ມັນກໍດີໄປ. ປັດຈຸບັນ ເຫດການທີ່ໜັກໄປກວ່ານັ້ນ ແມ່ນມາໃນຮູບແບບຕິດຕໍ່ກັນທາງອອນລາຍ ໃຊ້ສິ່ງຍົ້ວຍຸດຶງດູດ ໃຊ້ວັດຖຸເງິນຄຳ ໃຊ້ໜ້າທີ່ການງານ ມາເປັນຕົວລໍ້ລວງ…

ປະເພນີ ການແຕ່ງດອງ

ປັດຈຸບັນນີ້ ກ່ອນຈະແຕ່ງດອງ ຕ້ອງໄປຈົດທະບຽນສົມລົດກັບອົງປົກຄອງບ້ານຂອງຕົນຈິ່ງຖືວ່າການແຕ່ງ ດອງນັ້ນຖືກຕ້ອງຕາມກົດໝາຍບ້ານເມືອງຢ່າງແທ້ຈິງ. ຫລັງຈາກສູ່ຂໍ (ກ່າວໂອມ) ເປັນທີ່ຮຽບຮ້ອຍ ຫລື ຈົດທະບຽນສົມລົດກັບອົງການປົກຄອງແລ້ວ ທັງສອງຝ່າຍກໍ່ຕ້ອງຫ້າງຫາກະກຽມຕາມຖານະຂອງຕົນກ່ອນ ຈະເຮັດມື້ແຕ່ງດອງປະມານ 5 ຫຼື 3 ວັນ ທັງສອງຝ່າຍກໍໄປບອກເລົ່າຍາດຕິພີ່ນ້ອງ ໝູ່ຄູ່ມິດສະຫາຍຜູ້ຢູ່ໃກ້ ແລະ ໄກມາຮ່ວມດອງຂອງຄູ່ສົມລົດໃໝ່ ເພື່ອເປັນສິລິມຸງຄຸນ…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!