ຈີນຍົກລະດັບເຕືອນໄພ ຫລັງຈາກພົບກາມະໂຣກລະບາດ
ສໍານັກຂ່າວຣອຍເຕີລາຍງານວ່າ: ເຈົ້າໜ້າທີ່ໃນເຂດປົກຄອງຕົນເອງມອງໂກເລຍໃນຂອງຈີນອອກຄຳເຕືອນໃນທ້າຍອາທິດຜ່ານມາ ເພື່ອຮັບມືການລະບາດຂອງກາລະໂຣກ ໜຶ່ງວັນຫລັງຈາກໂຮງໝໍທ້ອງຖິ່ນລາຍງານພົບກໍລະນີຜູ້ຕ້ອງສົງໄສວ່າອາດເປັນກາລະໂຣກ. ຄະນະກຳມະການດ້ານສຸຂະພາບຂອງເມືອງບາຍັນນູ ປະກາດການແຈ້ງເຕືອນລະດັບທີ 3 ຈາກທັງໝົດ 4 ລະດັບ ເພື່ອຮັບມືກັບໂອກາດທີ່ຈະມີການລະບາດ. ການແຈ້ງເຕືອນນີ້ມາພ້ອມກັບຄຳສັ່ງຫ້າມການລ່າສັດ ແລະ ການກິນສັດທີ່ເປັນພາຫະນຳເຊື້ອພະຍາດ ແລະ ຂໍໃຫ້ປະຊາຊົນລາຍງານກໍລະນີສົງໄສວ່າເປັນພະຍາດລະບາດ ຫລື ມີໄຂ້ໂດຍບໍ່ຮູ້ສາເຫດທີ່ຈະແຈ້ງ ແລະ ແຈ້ງໃຫ້ເຈົ້າໜ້າທີ່ຮູ້ຖ້າພົບໂຕມາມອດ…