ກຳປູເຈຍ ເສີມທັບປ້ອງກັນຊາຍແດນເບື້ອງໄທ ບໍ່ໃຫ້ໂຄວິດ-19 ລ່ວງລໍ້າເຂົ້າມາ
ລາຍງານຂ່າວຕ່າງປະເທດ ວັນທີ 20 ທັນວານີ້ ໃຫ້ຮູ້ວ້າ ສົມເດັດ ຮຸນເຊັນ ນາຍົກລັດຖະມົນຕີ ຂອງກຳປູເຈຍ ໄດ້ສົ່ງກຳລັງປ້ອງກັນຊາຍແດນເບື້ອງໄທ ເພື່ອຮັບມືກັບການຫຼັ່ງໄຫຼກັບປະເທດຂອງແຮງງານກຳປູເຈຍຈາກປະເທດໄທ ທີ່ບໍ່ຖືກຕ້ອງຕາມລະບຽບການ ອັນເນື່ອງຈາກການແຜ່ລະບາດພະຍາດໂຄວິດ-19 ຮອບໃໝ່ໃນປະເທດໄທ. ລາຍງານຂອງກະຊວງສາທາລະນະສຸກຂອງ ກຳປູເຈຍໃຫ້ຮູ້ວ່າ ໃນຮອບ 24 ຊົ່ວໂມງຜ່ານມາ ໄດ້ພົບຜູ້ຕິດເຊື້ອໂຄວິດ-19…