ລັດຖະບານອິນໂດເນເຊຍ ກຽມສ້າງ ເຮືອນຫລັງໃໝ່ ໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກແຜ່ນດິນໄຫວ
ວັນທີ 28 ພະຈິກ 2022 ນີ້, ຫົວໜ້າສຳນັກງານຈັດການ ແລະ ບັນເທົາໄພພິບັດແຫ່ງຊາດອິນໂດເນເຊຍ ເປີດເຜີຍວ່າ ລັດຖະບານອິນໂດເນເຊຍວາງແຜນຈະສ້າງເຮືອນຫລາຍຮ້ອຍຫລັງໃຫ້ຜູ້ປະສົບໄພເຫດແຜ່ນດິນໄຫວ ໂດຍຈະສ້າງຂຶ້ນໃນພື້ນທີ່ໃໝ່ມີຄວາມປອດໄພຫລາຍກວ່າເກົ່າ. ໃນຖະແຫລ່ງການລະບຸວ່າ: ການກໍ່ສ້າງເຮືອນໃໝ່ຈະເລີ່ມຕົ້ນໃນອາທິດໜ້າ ໂດຍມີເນື້ອທີ່ 2 ເຮັກຕາ ໂດຍພາຍໃຕ້ການຄຸ້ມຄອງຂອງກະຊວງໂຍທາທິການ ແລະ ເຄຫະ ອິນໂດເນເຊຍ….