ທະນາຄານກາງເອີຣົບຈະສືບຕໍ່ເພີ່ມອັດຕາດອກເບ້ຍ ເນື່ອງຈາກສະພາບອັດຕາເງິນເຟີ້ຍັງສູງ

​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ ນາງ ຄຣິສຕິນ ລາກາດ ຜູ້ວ່າການທະນາຄານກາງເອີຣົບໄດ້ກ່າວໃນກອງປະຊຸມຮັບຟັງຄຳໃຫ້ການກ່ຽວກັບນະໂຍບາຍເງິນຕາຂອງສະພາ ເອີຣົບວ່າ: ທະນາຄານກາງເອີຣົບ ຈະສືບ​ຕໍ່ເພີ່ມອັດຕາດອກເບ້ຍໃນກອງປະຊຸມນະໂຍບາຍເງິນຕາທີ່ຈະຈັດຂຶ້ນໃນເດືອນທັນວານີ້. ພ້ອມກັນນັ້ນ, ທ່ານ ນາງ ລາກາດ ໄດ້ຮຽກຮ້ອງໃຫ້ຄະນະກຳມາທິການສະຫະພາບເອີຣົບ ແລະ ສະມາຊິກສະຫະພາບເອີຣົບຈົ່ງປະຕິບັດນະໂຍບາຍການເງິນແບບຍືນຍົງເພື່ອຊຸກຍູ້ໃຫ້ເສດຖະກິດ ຂອງສະຫະພາບເອີຣົບຫັນປ່ຽນຮູບແບບໃຫ້ເປັນແບບຍືນຍົງ ແລະ ແບບດີຈີຕອນ, ຮັບປະກັນຄວາມໝັ້ນຄົງຂອງເສດຖະກິດສະຫະພາບເອີຣົບ….