ເມືອງປາກງື່ມຍັງເປັນເມືອງທຸກຍາກ ຈະສູ້ຊົນປະກາດເປັນເມືອງພົ້ນທຸກພາຍໃນປີນີ້
ທ່ານ ຄໍາໝູນ ຕຽງທາລາດ ເຈົ້າເມືອງປາກງື່ມ ນະຄອນຫລວງວຽງຈັນ ໃຫ້ສໍາພາດຜ່ານວິທະຍຸກະຈາຍສຽງແຫ່ງຊາດລາວ ວັນທີ 9 ກຸມພາ 2023 ຜ່ານມານີ້ວ່າ: ສໍາລັບເມືອງປາກງື່ມ ມີທັງໝົດ 53 ບ້ານ, ມີ 11.448 ຄົວເຮືອນ, ພົນລະເມືອງທັງໝົດ 57.880…