ບໍ່ຢາກເຖົ້າໄວຕ້ອງຫ່າງໄກຈາກ 4 ພຶດຕິກຳນີ້
ເຄັ່ງຄຽດ : ຄວາມເຄັ່ງຄຽດຈະເຮັດໃຫ້ຜິວຂອງເຮົາເກີດຄວາມໝອງຄໍ້າ ແລະ ຫ່ຽວຍານລົງ ເນື່ອງຈາກແຊນຜິດຖືກທຳລາຍຈາກຄວາມເຄັ່ງຄຽດນັ້ນເອງ ທັງນີ້ຄວາມເຄັ່ງຄຽດກໍເປັນຕ່ອມກະຕຸ້ນໃຫ້ມະເຮັງຈະເລີນເຕີບໃຫຍ່ໄວຂຶ້ນນຳອີກ. ດັ່ງນັ້ນ ຫາກທ່ານບໍ່ຢາກເບິ່ງເຖົ້າໄວ ຄວນຫລຸດຄວາມເຄັ່ງຄຽດ ແລະ ໝັ່ນເຮັດກິດຈະກຳເພື່ອຄວາມຜ່ອນຄາຍແດ່ ເທົ່ານີ້ກໍບໍ່ເຮັດໃຫ້ເຖົ້າໄວແລ້ວ. ກັ້ນຍ່ຽວຕະຫລອດ : ການກັ້ນຍ່ຽວ ນອກຈາກຈະເຮັດໃຫ້ສ່ຽງຕໍ່ການເປັນໜິ້ວແລ້ວ ຍັງເປັນພຶດຕິກຳເຮັດໃຫ້ເຖົ້າໄວນຳອີກ ເພາະຈະເກີດການສະສົມສິ່ງເປິເປື້ອນຈາກນຳ້ຍ່ຽວ ຈົນເຮັດໃຫ້ຜິວຖືກທຳຮ້າຍ…