ເດືອນກໍລະກົດ ສປປ ລາວ ໝົດບັນຫານໍ້າມັນເຊື້ອໄຟຂາດແຄນ
ນັບຕັ້ງແຕ່ທ້າຍເດືອນມິຖຸນາເປັນຕົ້ນມາ ລັດຖະບານໄດ້ເຮັດທຸກວິທີທາງເລັ່ງແກ້ໄຂບັນຫານໍ້າມັນຂາດແຄນ ດ້ວຍການອະນຸມັດເງິນຈຳນວນ 200 ລ້ານໂດລາ ເພື່ອນຳເຂົ້ານໍ້າມັນເຊື້ອໄຟ ແລະ ແຈກຈ່າຍສຳເລັດແລ້ວທົ່ວປະເທດລາວ. ເດືອນກໍລະກົດ ເປັນເດືອນທີ່ລາວເຮົາໝົດບັນຫານໍ້າມັນຂາດແຄນ ນັບແຕ່ເໜືອຕະຫລອດໃຕ້ ກໍຄືທົ່ວປະເທດ ບໍ່ວ່າປໍ້ານ້ອຍປໍ້າໃຫຍ່ກໍກັບມາເປີດໃຫ້ກິດຈະການດັ່ງທີ່ເຄີຍມີມາ. ທຸກມື້ນີ້ ພວກເຮົາຈະບໍ່ເຫັນບັນຫາການຮ່າຍນໍ້າມັນໃສ່ຕຸກຂາຍຕາມແຄມທາງ, ບໍ່ມີການລຽນຄິວໃສ່ນໍ້າມັນ ແລະ ບັນຫາອື່ນໆ ທີ່ເຄີຍເກີດໃນໄລຍະເດືອນພຶດສະພາ ຫາທ້າຍເດືອນມິຖຸນາ…