ການຊື້-ຈອງປີ້ລົດໄຟລາວ-ຈີນ ຍັງຫຍຸ້ງຍາກ ແລະ ມີຄົນຈຳນວນໜຶ່ງຖືກໂກງເງິນຈາກການຈອງປີ້ອອນລາຍ
ປັດຈຸບັນ, ລົດໄຟຄວາມໄວສູງ ລາວ-ຈີນ ກາຍເປັນທີ່ນິຍົມຊົມຊອບໃນການເດີນທາງໄປພາກເໜືອຂອງປະຊາຊົນລາວ ແລະ ນັກທ່ອງທ່ຽວຕ່າງປະເທດ ໂດຍສະເພາະນັກທ່ອງທ່ຽວໄທທີ່ເປັນປະເທດເພື່ອນບ້ານໃກ້ຄຽງ ເຊິ່ງໃນໄລຍະສົ່ງທ້າຍປີເກົ່າ 2022 ຕ້ອນຮັບປີໃໝ່ 2023 ປະຊາຊົນໄດ້ພາກັນເດີນທາງກັບບ້ານເກີດເມືອງນອນ ແລະ ໄປທ່ຽວພັກຜ່ອນຕາມແຫລ່ງທ່ອງທ່ຽວດັ່ງເມືອງວັງວຽງແຂວງວຽງຈັນ ແລະ ແຂວງຫລວງພະບາງ. ແນວໃດກໍດີເຖິງວ່າການເດີນທາງດ້ວຍລົດໄຟຄວາມໄວສູງ ລາວ-ຈີນ ສະດວກສະບາຍແລະ ວ່ອງໄວ,…