ມີຄົນຈຳນວນຫລາຍ ເສຍເງິນຍ້ອນການຮ່ວມລົງທຶນ ແອັບ Ebay98 ແຕ່ບໍ່ສາມາດຖອນເງິນຕົ້ນທຶນ ແລະ ຜົນຕອບແທນໄດ້

ແອັບ Ebay98 ເລີ່ມມີບັນຫາປາກົດຂຶ້ນໃນສັງຄົມອອນລາຍ ວັນທີ 9 ກໍລະກົດ 2023 ຜ່ານມາ, ເຊິ່ງມີຄົນຈຳນວນຫລາຍອອກມາຈົ່ມວ່າ ແອັບດັ່ງກ່າວບໍ່ສາມາດເຄື່ອນໄຫວໄດ້ ແລະ ເຮັດໃຫ້ຫລາຍຄົນເສຍເງິນຈຳນວນຫລາຍທີ່ຄ້າງຢູ່ໃນແອັບ ແລະ ທີມຂ່າວໜັງສືພິມໄດ້ນຳສະເໜີຕໍ່ເຫດການດັ່ງກ່າວຮັບຮູ້ ແລະ ເປັນອຸທາຫອນ ເລື່ອງການສໍ້ໂກງທາງອອນລາຍ. ພາຍຫລັງທີ່ທີມຂ່າວລາວພັດທະນາໄດ້ໂພສຂ່າວດັ່ງກ່າວອອກສູ່ສັງຄົມ ໄດ້ມີຄົນຈຳນວນຫລາຍເຂົ້າມາສະແດງຄວາມຄິດເຫັນ ຫລື…