ສະເພາະເດືອນສິງຫາ 4 ປະເທດຮ່ວມກັນ ມ້າງຄະດີຢາເສບຕິດຢູ່ເຂດລ້ອງແມ່ນ້ຳ 33 ຄະດີ, ຢຶດຢາເສບຕິດປະເພດຕ່າງໆໄດ້ 6,75 ໂຕນ
ຂ່າວ CRI ລາຍງານໃຫ້ຮູ້ວ່າ: ວັນທີ 26 ສິງຫາ 2022 ຜ່ານມານີ້, ເຮືອບັງຄັບໃຊ້ກົດໝາຍຂອງຈີນ 3 ລຳທີ່ເຂົ້າຮ່ວມ ການລາດຕະເວນບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງລະຫວ່າງຈີນ-ລາວ-ມຽນມາ-ໄທ ຄັ້ງທີ 120 ໄດ້ຈອດຢູ່ທ່າກຳປັ່ນກ່ວນເຫຼີຍກິ່ງແຂວງສິບສອງພັ່ນນາຂອງຈີນ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ ການລາດຕະເວນບັງຄັບໃຊ້ກົດໝາຍຮ່ວມຄັ້ງນີ້ໄດ້ຮັບຜົນຢ່າງເຕັມເມັດເຕັມໜ່ວຍ. ພາກສ່ວນບັງຄັບໃຊ້ກົດໝາຍຂອງ 4 ປະເທດດັ່ງກ່າວໄດ້ສົ່ງກຳປັ່ນລວມ…