ຊີ້ແຈ້ງ ການຕັດຊຸດຄູ 490.000 ກີບ ບໍ່ແມ່ນການບັງຄັບ ແຕ່ເພື່ອໃຫ້ການນຸ່ງຖືເປັນລະບຽບ ແລະ ເປັນແບບຢ່າງ
ຕໍ່ກັບກໍລະນີ ການຕັດເຄື່ອງແບບຄູ ຢູ່ເມືອງທ່າແຂກ ແຂວງຄໍາມ່ວນ ໃນທ້າຍເດືອນກຸມພາ 2023 ຜ່ານມາ ສົ່ງຜົນກະທົບໂດຍກົງຕໍ່ຫ້ອງການສຶກສາທິການ ແລະ ກິລາເມືອງທ່າແຂກ ລວມທັງພະແນກສຶກສາທິການ ແລະ ກິລາແຂວງຄຳມ່ວນ ແລະ ບໍລິສັດຜູ້ຮັບຕັດເຄື່ອງແບບຄູໃຫ້ແຂວງຄຳມ່ວນ ຍ້ອນບໍ່ຮູ້ລາຍລະອຽດ ແລະ ຄວາມເປັນຄວາມຈິງ, ບາງຄວາມຄິດເຫັນກໍໃສ່ຮ້າຍວ່າ ມີສ່ວນໄດ້ນໍາໂຮງງານຕັດຫຍິບ,…