ຮັກສາສຸຂະພາບໃນຍາມໜາວ ເພື່ອຫລີກລ່ຽງພະຍາດຊະນິດອື່ນໆທີ່ອາດຕາມມາ
ເມື່ອເລີ່ມເຂົ້າເດືອນພະຈິກ ຫາ ເດືອນກຸມພາຂອງທຸກໆປີ, ສະພາບດິນຟ້າອາກາດຢູ່ປະເທດເຮົາຖືວ່າເປັນຊ່ວງຍາມໜາວ, ແຕ່ຈະໜາວໜ້ອຍໜາວຫລາຍນັ້ນກໍຂຶ້ນກັບແຕ່ລະປີ, ແຕ່ສຳລັບປີນີ້ເທົ່າທີ່ຕິດຕາມສະພາບດິນຟ້າອາກາດ ຖືວ່າທົ່ວທຸກພາກຂອງປະເທດໄດ້ເລີ່ມໜາວກັນໝົດແລ້ວ ໂດຍສະເພາະແມ່ນບັນດາແຂວງພາກເໜືອ ແລະ ພາກເໜືອດ້ານຕາເວັນອອກເຊັ່ນ: ແຂວງຜົ້ງສາລີ, ໄຊສົມບູນ, ຫົວພັນ, ຊຽງຂວາງ, ອຸດົມໄຊ ແລະ ພາກໃຕ້ແຖວພູພຽງບໍລິເວນ ແຂວງຈຳປາສັກ. ສ່ວນບັນດາແຂວງພາກກາງເຊັ່ນ: ນະຄອນຫລວງວຽງຈັນ,…