ຍ້ອນຄວາມຫຶງຫວງ ແລະ ຄຽດແຄ້ນ ທີ່ໄປລົມຜູ້ສາວຄົນບ້ານດຽວກັນ ຈຶ່ງເກີດແຮງຈູງໃຈໃຊ້ແກ້ວເບຍຕີຫົວ ຈົນເສຍຊີວິດ
ຕາມການໃຫ້ຂໍ້ມູນຂອງ ທ່ານ ພັຕ ອານຸສອນ ໄຊດວງຕາ ຮອງຫົວໜ້າພະແນກຕຳຫລວດ ປກສ ເມືອງສິງ ແຂວງຫລວງນ້ຳທາ ໃຫ້ຮູ້ວ່າ: ຕົ້ນເດືອນ ພະຈິກ 2022 ຜ່ານມາ ໄດ້ຮັບແຈ້ງຄວາມຈາກ ທ້າວ ອາເຈ ປະຊາຊົນ ບ້ານມໍນະ ເມືອງສິງວ່າຜູ້ກ່ຽວພ້ອມກັບໝູ່ອີກ…