ລັດຖະບານ ພວມເລັ່ງພິຈາລະນາຈັດກຸ່ມຜູ້ຕິດເຊື້ອຄືນຕາມອາການສະແດງ ເພື່ອເບິ່ງແຍງປິ່ນປົວທີ່ເໝາະສົມ
ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ໄດ້ລາຍງານໃນວັນທີ 8 ພະຈິກ 2021 ນີ້ວ່າ: ປັດຈຸບັນສະພາບການເພີ່ມຂຶ້ນຂອງການແພ່ລະບາດພະຍາດໂຄວິດ-19 ຢູ່ພາຍໃນຊຸມຊົນ ໂດຍສະເພາະຢູ່ໃນຄອບຄົວຕິດເຊື້ອສູງ ສະເລ່ຍຫລາຍກວ່າ 800 ຄົນຕໍ່ວັນ, ສະນັ້ນພັກ-ລັດຖະບານ ມີຄວາມຈໍາເປັນຢ່າງຍິ່ງທີ່ຈະຕ້ອງພິຈາລະນາຈັດກຸ່ມຄົນຕິດເຊື້ອຄືນ ຕາມອາການສະແດງອອກວ່າເປັນປະເພດຕິດເຊື້ອທີ່ບໍ່ມີອາການ ຫລື…