ການຕີຄີ ກິລາພື້ນເມືອງທີ່ຂາດບໍ່ໄດ້ໃນບຸນພະທາດຫລວງວຽງຈັນ
ການຕີຄີ ແມ່ນກິລາພື້ນເມືອງ ເປັນກິດຈະກຳໜຶ່ງທີ່ຈັດຂຶ້ນໃນຕອນບ່າຍມື້ສຸດທ້າຍຂອງບຸນນະມັດສະການ ພະທາດຫລວງ ເພື່ອເຕົ້າໂຮມຄວາມສາມັກຄີລະຫວ່າງບ້ານຕໍ່ບ້ານ ແລະ ສ້າງຄວາມສາມັກຄີຮັກແພງລະ ຫວ່າງພະນັກງານ ກັບປະຊາຊົນທັງຍັງເປັນກິດຈະກຳທີ່ສາມາດດຶງດູດຄວາມສົນໃຈຂອງມວນຊົນທັງລາວ ແລະ ຕ່າງປະເທດ. ພາຍຫລັງສຳເລັດພິທີຕັກບາດຖວາຍສັງຄະທານຕອນເຊົ້າມື້ຂຶ້ນ 15 ຄ່ຳເດືອນ 12 ລາວໂດຍໃນຕອນ ບ່າຍມື້ດຽວກັນກໍໄດ້ມີການແຂ່ງຂັນຕາມປະເພນີ. ກ່ອນການແຂ່ງຂັນ ໄດ້ມີພິທີນຳເອົາລູກຄີ ແຫ່ອ້ອມລານພະທາດຫລວງ…