ຫລາຍຄົນລະດົມກັນປູກຕົ້ນໄມ້ໃຫ້ເປັນປ່າ ແຕ່ຢ່າໃຫ້ໃຜຄົນໃດໜຶ່ງໃຊ້ອາຍາສິດໃນການທຳລາຍ

ໂດຍ:ທິດກໍ່າ ນັບແຕ່ເດືອນມິຖຸນາຫາຕົ້ນເດືອນກໍລະກົດຂອງທຸກໆປີແມ່ນໄລຍະຝົນຕົ້ນລະດູ ເປັນໄລຍະເໝາະແກ່ການປູກຕົ້ນໄມ້ ແລະ ບັນດາພືດພັນທັນຍາຫານຫລາຍຊະນິດ. ສະນັ້ນ ພັກ ແລະ ລັດຖະບານເຮົາຈຶ່ງຫລິງເຫັນຄວາມສໍາຄັນໄດ້ກໍານົດເອົາວັນທີ 1 ມິຖຸນາ ເປັນວັນປູກຕົ້ນໄມ້ແຫ່ງຊາດ ເພາະວ່າເປັນໄລຍະຝົນຕົກໃໝ່ ພາຍຫລັງເຮົາລົງມືປູກຕົ້ນໄມ້ ແລະ ພືດຜັກຕ່າງໆລົງແລ້ວ ຝົນກໍຈະຕົກລົງມາໂຮຍຮໍາເປັນໄລຍະໆ, ຈາກນັ້ນຕົ້ນໄມ້ທີ່ເຮົາປູກກໍຈະຕິດ ແລະ ເລີ່ມເຕີບໂຕໃຫຍ່ຂຶ້ນໄປຕາມອາຍຸການ…